ເມືອງໂພນໂຮງ ທົ່ງນາກ້ວາງໃຫຍ່ ໃຈຝັນໃຝ່ ຜູກມິດໄມຕີ ສາມັກຄີ ກັບໝົດທຸກທ່ານ ໃຜໄດ້ຜ່ານ ເຊີນແວ່ມາຢາມ ມີສາວງາມ ສົມເພັງເຂົາອ້າງ ມີວັງຊ້າງ ລີ່ສ່ອດລືຊາ ໃຜໄດ້ມາ ຢ່າລືມຢ່າພາດ ທຳມະຊາດ ດານພະງາມຫຼາຍ ແລ້ວຈີ່ງກາຍ ໄປທາດດອນແກ້ວ ສ່ຽງໂຊກແລ້ວ ບຸນໄດ້ໂຊກດີ...ທ່ານເອີຍ

ໜ້າຫຼັກ / ປະຫວັດ ແລະ ຄວາມເປັນມາຂອງເມືອງໂພນໂຮງ

ປະຫວັດ ແລະ ຄວາມເປັນມາຂອງເມືອງໂພນໂຮງ

  1. ທົ່ງໂພນໂຮງສະໄໝໂບຮານ

ຜື່ນແຜ່ນດິນທີ່ຮາບພຽງດີ ມີທົ່ງນາກວ້າງໃຫຍ່ຍາວໄກ ທົ່ງນາດັ່ງກ່າວມີຢູ່ເປັນຍ່ານກວ້າງໆເພາະມັນຖືກຂີດຂັ້ນດ້ວຍໂນນປ່າ, ປ່າທາມ, ບວກໜອງຮອ່ງຫ້ວຍ ແລະ ບ້ານເຮືອນ.  ຜື່ນແຜ່ນດິນແຫ່ງນີ້ ປັດຈຸບັນເພິ່ນເອີ້ນວ່າ: ເມືອງໂພນໂຮງ ຊຶ່ງຂຶ້ນກັບແຂວງ ວຽງຈັນ.

ເມືອງໂພນໂຮງມີເສັ້ນທາງເລກທີ 13ເໜືອ ຜ່ານກາງເຄິ່ງແຕ່ໃຕ້ຮອດເໜືອ, ເມືອງດັ່ງກ່າວມີທີ່ຕັ້ງດັ່ງນີ້ຄື: ທິດໃຕ້ຕິດກັບນະຄອນຫຼວງວຽງຈັນ(ເມືອງນາຊາຍທອງ)ທີ່ຫຼັກກີໂລແມັດທີ 45 ແລະສວນໜຶ່ງຂອງເມືອງທຸລະຄົມ, ທິດເໜືອຕິດກັບເມືອງຫີນເຫີບທີ່ສັນພູພະນັງຫຼັກກີໂລແມັດທີ 85 ທິດຕາເວັນຕົກຕິດກັບເມືອງສັງທອງຕາມສັນພູພະນັງ ພື້ນທີ່ດ້ານຕາເວັນຕົກນີ້ (ຖ້ານັບແຕ່ເສັ້ນທາງເລກທີ່13ເໜືອ ໄປຫາສັນພູພະນັງ) ມັນເປັນພື້ນແຜ່ນດິນທີ່ບໍ່ຮາບພຽງມີແຕ່ໂນນປ່າດົງ,ຮອ່ມຫ້ວຍ, ພະລານຫີນ ສະຫຼັບສັບຊ້ອນ ຍອ້ນເປັນແນວນີ້ຈຶ່ງບໍ່ເປັນທີ່ໜ້າຢູ່ຂອງຄົນຍຸກໂບຮານພໍເທົ່າໃດເພາະບໍ່ປາກົດເຫັນຮອ່ງຮອຍໃນການທໍາມາຫາກິນແລະສ້າງສາຂອງຜູ້ຄົນໃນອາດີດ. ທິດຕາເວັນອອກຕິດກັບເມືອງແກ້ວອຸດົມ ແລະ ເມືອງວຽງຄໍາ ຖ້ານັບແຕ່ເສັ້ນທາງເລກທີ13ເໜືອ ດ້ານຕາເວັນອອກໄປຫາເຂດແດນສອງເມືອງດັ່ງກ່າວ ຈະເຫັນວ່າມັນມີຈຸດພິເສດເດັ່ນຄື: ເປັນພື້ນທີ່ຮາບພຽງດີ ມີຮອ່ງຮອຍຂອງຄົນໂບຮານຫຼາຍບອ່ນຫຼາຍຢ່າງ ໃນນີ້ທີ່ເດັ່ນກວ່າໝູ່ກໍແມ່ນຮອ່ງຮອຍທອ້ງທົ່ງນາທີ່ກວ້າງຍາວໄກມີຢູ່ເປັນຍ່ານເປັນເຂດ ທົ່ງນາທີ່ວ່ານີ້ ໄດ້ເກິດຈາກຢາດເຫືອແຮງງານຂອງຄົນສະໄໝໂບຮານ ໂດຍຜ່ານການດັດແປງຫຼາຍຍຸກຫຼາຍສະໄໝມາແລ້ວຊຶ່ງເຮົາບໍ່ສາມາດຈົດກ່າຍມາໃຫ້ທ່ານຮູ້ນໍາໄດ້ ຫາກປະຫວັດສາດຂອງຊາດລາວເຮົາກໍຄືປະຫວັດຂອງ

ແຂວງວຽງຈັນເປັນໄປແນວໃດ  ຜູ້ຄົນທີ່ຢູ່ທົ່ງໂບຮານແຫ່ງນີ້ກໍຄົງເປັນໄປເຊັ່ນນັ້ນ ທົ່ງແຫ່ງນີ້ມາປາກົດວ່າມີຊື່ຢູ່ໃນໜ້າປະຫວັດສາດຂອງຊາດໃນສະໄໝ່ ສະເດັດເຈົ້າຟ້າງຸ່ມໃນປີຄ.ສ 1359ຄືຕອນ ຂະບວນຂອງພະມະຫາປາສະມັນຕະເຖຣະ ແຫພະບາງມາປະດິດສະຖານຢູ່ເມືອງວຽງຄໍາ (ໄຜ່ໜາມ)ອານາເຂດທົ່ງຮາບວຽງຈັນ ຊຶ່ງລວມເອົາທົ່ງໂພນໂຮງສະໄໝ່ນັ້ນກໍແມ່ນເມືອງວຽງຄໍາ ເມືອງວຽງຄໍາ-ທົ່ງໂພນໂຮງ ມີຄວາມຮຸ່ງເຮືອງຫຼາຍ ພະບາງມີຈຸດປະສົງຢາກຢູ່ເມືອງວຽງຄໍາຈຶ່ງໄດ້ສະແດງລິດເດດອອກມາ ຈົນເສນາອາມາດຫ້າມໄປເມືອງຊຽງທອງບໍ່ໄດ້ ດັ່ງນັ້ນ ເພີ່ນປະພະບາງມອບໄວ້ເມືອງວຽງຄໍາຮ້ອຍປີປາຍ ເຫດການດັ່ງກ່າວໄດ້ສອ່ງແສງໃຫ້ເຮົາຮູ້ວ່າ: ເມືອງວຽງຄໍາກໍຄືທົ່ງໂພນໂຮງມີຄວາມສະຫງົບດີ ຈົບຈາກເຫດການປະຫວັດສາດຄັ້ງນັ້ນ ປະຫວັດສາດກ່ຽວກັບທົ່ງໂພນໂຮງກໍບໍ່ເວົ້າຕິດຕໍ່ມາອິກ  ຕໍ່ຈາກນັ້ນ ຫຼາຍໆຮອ້ຍປີຈຶ່ງມີຄໍາບອກເລົ່າ, ຄໍາເລົ່າລື, ຄໍາສັນນິຖານ  ຂອງທົ່ງໂພນໂຮງທີ່ກຽວພັນແທດເໝາະກັບປະຫວັດສາດຂອງຊາດ ເມື່ອການເວລາຜ່ານມາຮອດຕົ້ນສັດຕະວັດທີ 19 ຄືໃນປີ ຄ.ສ 1828 ໃນສະໄໝ ລາຊະການເຈົ້າອະນຸວົງແຫ່ງອານາຈັກລ້ານຊ້າງວຽງຈັນສິ້ນສຸດລົງພ້ອມກັບເມືອງວຽງຈັນຖືກເຜົ່າໄໝ້ກາຍເປັນເຖົາຖ່ານ ອັນເກີດຈາກນໍ້າມືຂອງພວກຂ້າເສິກສະຫຍາມ ຈາກເມື່ອປີ ຄ.ສ1779 ລາວໄດ້ຕົກເປັນປະເທດທີ່ຂຶ້ນກັບ(ປະເທດສະລາດ)ຂອງສະຫຍາມແຕ່ພຸ້ນມາແລ້ວນັ້ນເມື່ອມາຮອດປີ 1828 ອານາຈັກລາວລ້ານຊ້າງຍິ່ງຊອກຊໍ້າລະກໍາໃຈໄຟເຜົ່າຜານ ຈາກຂ້າເສິກສະຫຍາມເພີ່ມເຂົ້າໄປອີກ  ຈາກປະຫວັດສາດຊາດລາວ ແລະຄໍາບອກເລົ່າກ່າວຂານກັນມາວ່າ: ຕໍ່ຈາກປີ ຄ.ສ 1828ມາພວກຂ້າເສິກສະຫຍາມໄດ້ບັງຄັບກວດຕອ້ນເອົາຄົນລາວດ້ານຝັ່ງຊ້າຍແມ່ນໍ້າລ້ານຊ້າງ(ແມ່ນໍ້າຂອງ)ໃຫ້ອົບພະຍົກໄປຢູ່ທີ່ປະເທດສະຫຍາມ  ການບັງຄັບໃຫ້ອົບພະຍົກຂ້າມນໍ້າຂອງໄປແນວນັ້ນໄດ້ມີຫຼາຍໝູ່ຫຼາຍພວກຫຼາຍຄັ້ງຫຼາຍຫົນ ຊຶ່ງເປັນເວລາບໍ່ຫຼຸດ 65ປີ ຍ້ອນແນວນັ້ນກຸ່ມຜູ້ຄົນທີ່ຢູ່ທົ່ງ(ໂພນໂຮງ)ແຫ່ງນີ້ ຈຶ່ງຈໍາໃຈພັດພາກຈາກໄປດ້ວຍໂຢດນໍ້າຕາ….ແຕ່ກໍມີຈໍານວນໜອ້ຍທີ່ສຸດທີ່ໄປລີ້ຊອ້ນຢູ່ຕາມປ່າດົງເພື່ອຫຼີກຈາກການກວດຕອ້ນຫຼາຍຄັ້ງຫຼາຍຫົນຄາວນັ້ນ  ດັ່ງນັ້ນ ທົ່ງທີ່ພວກເພິ່ນສ້າງສາສືບຕໍ່ກັນມາແຕ່ໂບຮານນະການ ຈຶ່ງກາຍເປັນທົ່ງນາຮ້າງ  ແຕ່ຍອ້ນບໍ່ມີການບັນທຶກຈົດກ່າຍຈຶ່ງບໍ່ຮູ້ວ່າ: ທົ່ງໂບຮານຮ້າງແຫ່ງນີ້ໄດ້ມີຊາວພວນຈາກຊຽງຂວາງມາຢູ່ເມື່ອໃດ? ຊາວພວນທີ່ວ່ານີ້ກໍແມ່ນ

ປູ່ທວດຍ່າທວດຂອງຊາວເມືອງໂພນໂຮງໃນປັດຈຸບັນ(ຄົນພາກເໜືອເອີ້ນວ່າ“ໄທທົ່ງ” ຊຶ່ງແມ່ນຊາວເມືອງໂພນໂຮງນີ້ເອງ) ແຕ່ລຸ້ນຫຼານເຫຼັ່ນໆຂອງພວກເພິ່ນກໍຈຶ່ຈໍາວັນເດືອນປີທີ່ອົບພະຍົກມາບໍ່ໄດ້ ລຸ້ນຫຼານເຫຼັ່ນໆຈື່ໄດ້ພຽງວ່າ:ປູ່ທວດຍ່າທວດຕາຍາຍຂອງເພິ່ນມາແຕ່ຊຽງຂວາງເທົ່ານັ້ນ ແລະກໍບໍ່ຮູ້ວ່າມາຕົກຄ້າງຢູ່ທົ່ງໂບຮານຮ້າງນີ້ຍອ້ນເຫດຜົນແນວໃດ? ເມື່ອມີຄໍາຖາມມາແນວນີ້ຈຶ່ງມີກຸ່ມຄົນໃຫ້ຄໍາສັນນິຖານວ່າ:ຈໍານວນໜຶ່ງອາດແມ່ນເມື່ອພວກສະຫຍາມກວດຕ້ອນອອກຈາກຊຽງຂວາງມາຮອດນີ້ແລ້ວກໍພາກັນລັກໜີຫຼົບລີ້ເຂົາໄດ້, ຈໍານວນສອງອາດຈະໜີມາຍອ້ນຢ້ານເສິກຫໍ້ທີ່ເຂົ້າມາຊຽງຂວາງປີ ຄ.ສ1875ແຕ່ພວກເພິ່ນກໍໜີບໍ່ພົ້ນເພາະອີກສີບປີຕໍ່ມາກໍາລັງທະຫານຫໍ້ໄດ້ລົງມາຄືປີ1885ແລ້ວມາຕັ້ງຄ້າຍໃຫຍ່ຢູ່ບ້ານໂພນທາ(ເມືອງທຸລະຄົມໃນອາດີດ, ເມືອງໂພນໂຮງໃນປະຈຸບັນ) ບັນພະບຸລຸດເຮົາພວກເພີ່ນຄົງສູ້ລົບຕົບຕີກັບທະຫານຫໍ້ຢ່າງພິລະອາດຫານ ແລະ ນອງເລືອດ ອາວຸດຕໍ່ສູ້ຂອງພວກເພິ່ນຄາວນັ້ນທີ່ໜ້າຄຶດກໍຄືບັ້ງໄຟເພາະມີຫຼາຍສະຖານທີ່ໆຢັ້ງຢືນເຖິ່ງຊື່ທີ່ກຽວພັນກັບຫໍ້ແລະບັ້ງໄຟຢູ່ຕາມທົ່ງດອນແກ້ວ-ໂພນທາ-ໂພນໂຮງເຊັ່ນ: ຮອ່ງຮອຍຄ້າຍເກົ່າຫໍ້ທີ່ບ້ານໂພນທາ, ມີທາງຮອ່ມເສັ້ນໜຶ່ງທີ່ໄປຫາໜອງສີ່ໝື່ນກໍມີຊື່ວ່າ “ທາງທ່າຫໍ້” ຊຶ່ງມີການເລົ່າກັນມາວ່າ ແມ່ນທາງທີ່ເພິ່ນໄລ່ຫໍ້ໄປຕົກນໍ້າຕາຍ(ຄໍາວ່າເພິ່ນໃນທີ່ນີ້ຄົງໝາຍເຖິ່ງບັນພະບຸລຸດລາວຊາວທົ່ງຜູ້ເກັ່ງກ້າ ຄົງບໍ່ແມ່ນທະຫານສະຫຍາມ ເພາະເຖິ່ງວ່າເວລານັ້ນລາວຕົກເປັນຫົວເມືອງຂຶ້ນຂອງ

ສະຫຍາມກໍຈິງແຕ່ເຂົາບໍ່ໄດ້ເອົາໃຈໃສເລື່ອງນີ້ ເຂົາໄດ້ແຕ່ກວດຄົນໜີເທົ່ານັ້ນ ເພາະເສິກຍຸກນັ້ນເຫັນວ່າໄດ້ຄົນແລ້ວຖືວ່າຊະນະ) ທາງທ່າຫໍ້ມີສ່ວນກ່ຽວພັນກັບ “ເລິງຫໍ້” ຫຼື “ວັງຫໍ້” ທີ່ໜອງສີ່ໝື່ນ ເພາະວັງນໍ້າແຫ່ງນີ້ເປັນບອ່ນທີ່ທະຫານຫໍ້ມາຕົກນໍ້າຕາຍຫຼາຍຮ້ອຍຄົນ  ໜອງສີ່ໝື່ນ ກໍໄດ້ຊື່ມາຈາກບັ້ງໄຟໜັກສີ່ໝື່ນມາຕົກໃສ ບັ້ງໄຟບັ້ງນີ້ກໍແມ່ນຈູດມາໄລ່ຫໍ້ທີ່ຄ້າຍໂພນທານັ້ນເອງ. ທໍ່ໄມ້ປິດສະໜາທີ່ເດິນພະທາດດອນແກ້ວ ເພີ່ນກໍຊ່າລືກັນວ່າ ແມ່ນທໍ່ບັ້ງໄຟໃຫຍ່ຈູດມາໄລ່ຫໍ້. ທີ່ບ້ານສ້າງໃຫຍ່ກໍມີຊາວທົ່ງກຸ່ມໜຶ່ງກ່າວກັນວ່າ ມີບັ້ງໄຟຈຸດມາໄລ່ຫໍ້ມາຕົກໃສທີ່ນັ້ນ ບອ່ນຕົກຂອງບັ້ງໄຟເປັນຂຸ່ມເລິກໃຫຍ່ຈົນກາຍເປັນນໍ້າສ້າງໃຫຍ່ ຊາວພວນທີ່ມາຢູ່ໃໝ່ຈຶ່ງເອີ້ນບ້ານຕົນເອງວ່າ ບ້ານສ້າງໃຫຍ່. ບ້ານແສນຊູມແຕ່ກອ່ນມີຊື່ວ່າ ບ້ານດອນໝໍ້ປ່ຽນມາເປັນຊື່ແສນຊຸມກໍເພາະວ່າມີກຸ່ມຄົນຊາວຊຽງຂວາງມາຕາມຫາບັ້ງໄຟທີ່ຈູດມາໄລ່ຫໍ້ແລ້ວມາຊູມກັນຢູ່ບ້ານດອນໝໍ້ນັ້ນ(ທ່ານນາງຄໍາອອນ ເພັດດາວເຮືອງ ຊາວຊຽງຂວາງເປັນຜູ້ໃຫ້ຂໍ້ມູ) ແລະອິກຈໍານວນທີສາມອາດຈະມາຕົກຄ້າງຍອ້ນພວກລ່າເມືອງຂຶ້ນຝຣັ່ງກິດກັ້ນພວກຂ້າເສິກສະຫຍາມເພື່ອບໍ່ໃຫ້ອົບພະຍົກຄົນລາວດ້ານຝັ່ງຊ້າຍໄປຕໍ່ໄດ້ອິກ  ຖ້າເປັນດັ່ງຄໍາສັນນິຖານກໍໝາຍຄວາມວ່າພວກເພິ່ນມາຕົກຄ້າງຢູ່ທົ່ງຮ້າງແຫ່ງນີ້ໃນຊຸມປີ ຄ.ສ 1828 ຫາປີ 1893 ເພາະປີ 1893 ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາລາວແລ້ວ ໃນໄລຍະຊຸມປີດັ່ງກ່າວທີ່ທົ່ງໂບຮານແຫ່ງນີ້ຄົງມີຄວາມສັບສົນຫຼາຍເພາະໃນຂະນະທີ່ລາວຕົກເປັນຫົວເມືອງຂຶ້ນຂອງສະຫຍາມຢູ່ນັ້ນໄດ້ມີເສິກຫໍ້ເຂົ້າມາຢໍ້າຢີປົ່ນປີ້ອິກແລະໃນເວລາທີ່ອົນລະຫົນຢູ່ນັ້ນພວກລ່າເມືອງຂຶ້ນຝຣັ່ງຊໍ້າເຂົ້າມາວຸ້ນວາຍອິກ ສຸດທ້າຍອານາຈັກລາວລ້ານຊ້າງດ້ານຝັ່ງຊ້າຍແມ່ນໍ້າຂອງໄດ້ຕົກເປັນຫົວເມືອງຂຶ້ນໃຫ້ແກ່ຝຣັ່ງເສດໃນປີ ຄ.ສ 1893 ພວກຝຣັ່ງໄດ້ຂູດຮີດຂົມເຫັງ ຊາວພວນທີ່ຢູ່ເກົ່າແລະໃໝ່ໃນທົ່ງໂບຮານແຫ່ງນີ້ເປັນໜ້າສັງເຫວດທີ່ສຸດ ແຕ່ພວກຝຣັ່ງມີຄໍາຂັວນໄວ້ວ່າ: ຢຶດຄອງລາວດ້ວຍການຢຶດຄອງຫົວໃຈຂອງຄົນລາວ. ດັ່ງນັ້ນຊາວພວນເກົ່າແລະໃໝ່ຈຶ່ງພໍຍາດເວລາສ້າງສາພັດທະນາທົ່ງນາຮ້າງແຫ່ງນີ້ເພື່ອລຽ້ງຊີບສືບຕໍ່ມາ ອັນຢູ່ພາຍໃຕ້ແອກຄອບຄອງຈັກກະພັດຝຣັ່ງ.

2. ຊາວພວນເກົ່າແລະໃໝ່ໃຕ້ແອກຄອບຄອງຂອງໝູ່ມານ ແລະ ຈັກກະພັດຕ່າງຊາດ.

ຊາວພວນເກົ່າ ແລະ ໃໝ່ໃຕ້ການຄອບຄອງຂອງຂ້າເສິກສະຫຍາມ, ທະຫານໂຈນຫໍ້, ພວກລ່າເມືອງຂຶ້ນຝຣັ່ງ, ຍີ່ປຸ່ນ ຝຣັ່ງແລະ ອາເມລິກາ……ພວກເພິ່ນຕ້ອງຜ່ານຜ່າຝຸ່ງໝູ່ມານນັ້ນ ຢ່າງທໍລະຮົດອົດທົນຄຽ່ງຄູ່ກັບການຕໍ່ສູ້ຢ່າງມີກົນອຸບາຍແນບນຽນ ແລະ ປະຈັນບານດ້ວຍອາວຸດຢ່າງເອົາເປັນເອົາຕາຍ ເມື່ອຜ່ານພວກຝຸ່ງໝູ່ມານກໍຕໍ່ໃສພວກຈັກກະພັດຕ່າງຊາດ ບັນພະບຸລຸດເຮົາຊາວທົ່ງໄດ້ສ້າງວິລະກໍາອັນລໍ່າເລີດເພື່ອຕອບໂຕ້ຕໍ່ສູ້ກັບຝຸ່ງໝູ່ມານແລະຈັກກະພັດນັ້ນຢ່າງພິລະອາດຫານ ດັ່ງນັ້ນ ຈຶ່ງເກິດມີ ວິລະຊົນ,. ວິລະສະຕີ ນັກລົບຜູ້ເກັ່ງກ້າຫຼາຍໆທ່ານໃນອານາເຂດທົ່ງເມືອງໂພນໂຮງແຫ່ງນີ້(ຂໍເວົ້າຄືນເຖິງ່ຕອນຊາວພວນມາຢູ່ທົ່ງໂບຮານຮ້າງທໍາອິດປະມານຊຸມປີ1828ຈົນມາຮອດປີ1975)ເມື່ອຊາວພວນມາຢູ່ທົ່ງຮ່າງນີ້ໃໝ່ໆ ຢູ່ໃນທ່າມກາງການຕໍ່ສູ້ທີ່ເວົ້າມາຂ້າງເທິງນັ້ນ ພວກເພິ່ນໄດ້ສັບຊ່າວທົ່ງນາຮ້າງທີ່ເປັນປ່າຕຶບໜານັ້ນເຮັດນາສືບຕໍ່ຫຼືໄປທໍາມາຫາກິນຕ່າງໆຈຶ່ງໄດ້ພົບຮອ່ງຮອຍຫຼາຍຢ່າງຢູ່ຫຼາຍສະຖານທີ່ ທີ່ມີຢັງຢາຍຢູ່ຕາມທົ່ງນາ,ຕາມໂນນປ່າ…ເຊັ່ນ: ທົ່ງນາຄັນນາທີ່ເຕັມແຕ່ປ່າຕຶບ, ຮ່ອງຮອຍບ້ານເກົ່າແລະຊາກເປ່ເພຂອງວັດວາອາຮາມທີ່ເຫຼືອແຕ່ກອງດິນຈີ່. ພະທາດນ້ອຍດອນແກ້ວກັບທໍ່ໄມ້ປິດສະໜາ,ນໍ້າສ້າງ,ຂຸ້ມຄອງປິດສະໜາທີ່ຕີນໂນນຊ້າງນອ້ຍ(ລຸ່ມໂຮງຮຽນວັດທະນະທໍາຊົນເຜົ່າ ຫຼັກ67 ປັດຈຸບັນຕື້ນຂຶ້ນຫຼາຍແລ້ວເກືອບວ່າຈະບໍ່ເປັນຂຸ່ມແລະເປັນຄອງຫຼາຍຍ່ານ ຂຸ່ມຄອງດັ່ງກ່າວເໝືອນວ່າຈະຄູ່ຂະໜານກັບແລວຄອງເໝືອງນໍ້າແຈ້ງເມື່ອ30ປີກອ່ນ)ສະຖານທີ່ຕ່າງໆທີ່ບ້ານແອກຊ້າງ-ໂພນທັນ ແລະພົບສິ່ງອື່ນໆອີກຫຼາຍຢ່າງ ສະຖານທີ່ແລະວັດຖຸໂບຮານທີ່ເວົ້າມານີ້ ມັນໄດ້ສອ່ງແສງໃຫ້ເຮົາຮູ້ວ່າ: ທົ່ງແຫ່ງນີ້ໄດ້ມີຜູ້ຄົນອາໄສຢູ່ຢ່າງເປັນປຶກແຜ່ນແໜ້ນໜາແລະມີຄວາມຮຸ່ງເຮື່ອງຕາມຍຸກນັ້ນພໍສົມຄວນ.ແຕ່ມີຫຼາຍອັນທີ່ຊາວພວນມາຢູ່ໃໝ່ແລະຢູ່ເກົ່າບໍ່ຮູ້ຊື່ແລະຈຸດປະສົງທີ່ພວກເພິ່ນສ້າງຂຶ້ນເພື່ອອັນໃດ?ພວກເພິ່ນຮູ້ໄດ້ພຽງວ່າແມ່ນຂອງຄົນທີ່ພວກສະຫຍາມກວດຕ້ອນໄປເທົ່ານັ້ນ ດັ່ງນັ້ນທີ່ທົ່ງໂບຮານແຫ່ງນີ້ຈື່ງມີຫຼາຍຢ່າງທີ່ຍັງເປັນປິດສະໜາສືບມາ.

ທ່ານ ສົມສີ ທິບທ່ຽງຈັນ ພະນັກງານບໍານານ, ອາດີດ ຫົວໜ້າບັນນາທິການໜັງສີພິມ ວຽງຈັນໃໝ່ ເພິ່ນເກີດຢູ່ບ້ານໂພນໝີ ເພິ່ນເວົ້າວ່າ: ຕົວເພິ່ນແມ່ນເຫຼັ່ນແມ່ນລອດໆ ຂອງຕະກຸນທີ່ຢູ່ທົ່ງແຫ່ງນີ້ແຕ່ດຶກດໍາບັນມາ ແລະກໍແມ່ນຕະກຸນທີ່ໄປຢູ່ປ່າເພື່ອຫຼົບຫຼີກຈາກຂ້າເສິກສະຫຍາມມັນຈຶ່ງກວດໄປບໍ່ໄດ້ ແຕ່ກໍເຫຼືອຈໍານວນໜອ້ຍທີ່ສຸດ. ຍອ້ນມີຈໍານວນໜອ້ຍ,ບ້ານເມືອງມີຄວາມວຸ້ນວາຍຫຼາຍປະການ,ບໍ່ມີການຈົດກ່າຍ ແລະ ການເວລາກໍຜ່ານໄປຫຼາຍເຊັ່ນຄົນແລ້ວ ດັ່ງນັ້ນມາຮອດລຸ້ນພວກເພິ່ນຈຶ່ງບໍ່ຈຶ່ຈໍາວັດຖຸໂບຮານນັ້ນໄດ້. ທ່ານ ສົມສີ ທິບທ່ຽງຈັນ ຍັງເວົ້າຢັ້ງຢືນອີກວ່າ: ການຂັບງື່ມກໍແມ່ນຕະກຸນຂອງເພີ່ນສືບສານເອົາໄວ້ ແລະ ກໍຍັງເຜີຍແຜ່ໄປໃຫ້ພີ່ນອ້ງຊາວພວນທີ່ມາຢູ່ໃໝ່ ຂັບງື່ມບໍ່ໄດ້ນໍາຊາວພວນຊຽງຂວາງລົງມາ ເພາະຊາວພວນຢູ່ແຂວງຊຽງຂວາງຂັບງື່ມບໍ່ເປັນຈັກຄົນ. ຄໍາເວົ້າຂອງທ່ານ ສົມສີສອດຄ່ອງກັບຄໍາ

ບອກເລົ່າຂອງພໍ່ເຖົ້າ ຍຸງຄໍາ(ຈານແກ່ນທອງ) ບ້ານໂພນໄຮ ເພິ່ນເວົ້າວ່າ: ເພິ່ນແມ່ນເຫຼັນຂອງຊາວພວນຊຽງຂວາງທີ່ອົບພະຍົກມາຕົກຄ້າງຢູ່ທົ່ງຮ້າງແຫ່ງນີ້ ເພິ່ນເວົ້າໃຫ້ຟັງອີກວ່າ: ການຂັບລໍາພວນ ກໍມີມານໍາພວກປູ່ຍ່າຕາຍາຍເພິ່ນ ຕອນຍັງເປັນເດັກນອ້ຍກໍຍັງເຫັນເພິ່ນລໍາຕໍ່ແຍກັນຢູ່  ແຕ່ພໍຕົກມາປະມານປີ1950ການລໍາພວນໄດ້ຫາຍໄປ ສາເຫດການຫາຍໄປກໍເພາະມີຄົນນິຍົມຂັບງື່ມມາແຕ່ທາງແຖວບ້ານໂພນໝີ, ບ້ານສວນແມນ(ບ້ານເມືອງເກົ່າ), ບ້ານເກິນພຸ້ນຫຼາຍກວ່າ ສະນັ້ນ ລໍາພວນຈຶ່ງຫາຍໄປ..

ຖ້າເບິ່ງຊາວພວນມາຢູ່ໃໝ່ແບບລວມໆເຮົາຈະເຫັນໄດ້ວ່າພວກເພິ່ນແມ່ນເຜົ່າພວນແຊງດຽວກັນ ແຕ່ຄວາມຈິງພວກເພິ່ນມີຫຼາຍແຊງແຕ່ແຊງໃຫຍ່ມີສອງແຊງຄືແຊງທີ່ເວົ້າວ່າ “ແມ່ນພີເລີ” (ແມ່ນຫຍັງ)ພວກນີ້ສ້າງສາພັດທະນາຢູ່ຝັ່ງນໍ້າຈີມດ້ານຕາເວັນອອກ. ແຊງທີ່ເວົ້າວ່າ “ແມ່ນມີຫາງ” (ແມ່ນຫຍັງ)ພວກນີ້ສ້າງສາພັດທະນາຢູ່ຝັ່ງນໍ້າຈີມດ້ານຕາເວັນຕົກ(ສາຍນໍ້າຈີມໄຫຼຜ່າເຄິ່ງທົ່ງໂພນໂຮງໄຫຼຈາກທິດຕາເວັນຕົກສຽງເໜືອລົງຫາທິດຕາເວັນອອກສຽງໃຕ້).

ການພົບພໍ້ ຊາກວັດວາອາຮາມ ແລະສະຖານທີ່ບູຊາຕ່າງໆ ໄດ້ສະແດງໃຫ້ເຮົາຮູ້ວ່າຊາວລາວທີ່ອົບພະຍົກ ໄປຢູ່ສະຫຍາມນັ້ນ ເຂົາເຈົ້ານັບຖືສາສະໜາພຸດ,ພາມ ແລະ ເຊື່ອຖືຜີ ແລະກໍແມ່ນຊົນເຜົ່າພວນເຊັ່ນດຽວກັນ ດັ່ງນັ້ນ ການສືບສານທາງດ້ານວັດທະນະທໍາ ຮີດຄອງປະເພນີ ຮີດສີບສອງຄອງສີບສີ່ຮີດຍີ່ຄອງຈຽງ  ຈຶ່ງຍັງຄອງຄວາມງາມຂອງຊາວພວນແບບດັ້ງເດີມຄຽງຄູ່ກັບທົ່ງໂບຮານແຫ່ງນີ້ຕະຫຼອດມາ ແຕ່ໜ້າເສົ້າໃຈນໍາພວກເພິ່ນທີ່ຈໍາໃຈຕ້ອງຢູ່່່ໃຕ້ແອກຄອບຄອງຂອງຝຸ່ງຜີມານ-ຈັກກະພັດຊົ່ວຮ້າຍ..

ຕົກມາຮອດຕົ້ນສັດຕະວັດທີ 20 ຈັກກະພັດຝຣັງໄດ້ສ້າງເສັ້ນທາງທີ່ມີຊື່ວ່າ : ຫຼວງພະບາງ ຊຶ່ງອອກຈາກວຽງຈັນໄປຫຼວງພະບາງ ( ທາງເລກທີ 13ເໜືອໃນປັດຈຸບັນ ເພາະຝຣັ່ງ ຍັງສືບຕໍ່ປະຕິບັດຄໍາຂວັນທີ່ວ່າ ຢຶດຄອງປະເທດລາວຕ້ອງຢຶດຄອງໝາກຫົວໃຈຄົນລາວ) ໂດຍສ້າງຜ່ານ ເຂດແຄມຂອງທົ່ງໂພນໂຮງ

ດ້ານຕາເວັນຕົກ( ໝາຍຄວາມວ່າ ເສັ້ນທາງຫຼວງພະບາງແບ່ງເຄີ່ງເຂດທີ່ເປັນເມືອງໂພນໂຮງປັດຈຸບັນ ) ເມື່ອມີທາງລົດຜ່ານຕາມແຄມທົ່ງແລ້ວຊາວທົ່ງກໍ່ໄດ້ຮັບການຊ່ວຍເຫຼືອປະກອບສ້າງແບບ “ໜ້າພະໃຈມານ ແບບມືຖືສາກປາກຖືສິນຫຼືແບບນ້ຳຕານໂອບລູກປືນ”ຈາກພວກລ່າເມືອງຂື້ນຝຣັງເຊັ່ນ : ໃຫ້ມີໂຮງຮຽນມູນ

ລະປະຖົມໂດຍແມ່ນເຂົາເປັນຄູສອນຮ່ວມກັບອ້າຍທິດອ້າຍຈານທີ່ສິກມາແຕ່ວັດ ມີການປິ່ນປົວຄົນເຈັບຕາມບ້ານ( ບໍ່ມີໂຮງໝໍ ) ນໍາພາສ້າງທາງລົດຊຶ່ງແຍກອອກຈາກທາງຫຼວງພະບາງທີ່ບ້ານນ້ອຍໂພນໂຮງແຍກໄປທາງທິີດຕາເວັນອອກໂດຍຜ່ານທົ່ງນາໄປປະມານ 6 ກິໂລແມັດ ກໍ່ເຖິງບ້ານໂພນໝີ,ບ້ານເມືອງເກົ່າຂ້າມນ້ຳງຶ່ມຮອດບ້ານເກິນ ( ທາງໂພນໂຮງ-ທ່າລາດ,ໂພນໂຮງ-ບ້ານເກິນໃນປັດຈຸບັນ )ການສ້າງທາງລົດເສັ້ນນີ້ແມ່ນເຕັງກັບທາງກວຽນທີ່ຊາວທົ່ງແປງໃຊ້ທຸກໆຍາມແລ້ງ( ຍາມຝົນເຮັດນາ ) ເພື່ອນຳໃຊ້ການຂົນສົ່ງສິນຄ້າ ແລະ ຕິດຕໍ່ຫາຊາວເມືອງທຸລະຄົມຫຼືໄປມາຫານ້ຳງື່ມ ເພື່ອລ່ອງເຮືອແພລົງຕາມນ້ຳງື່ມໄປວຽງຈັນ ຫຼື ຈະຂື້ນທາງເໜືອຕາມສາຍນ້ຳງື່ມໄປຊຽງຂວາງກໍ່ໄດ້.ຄຽງຄູ່ກັບການຊ່ວຍເຫຼືອນັ້ນພວກມັນໄດ້ເກັບເກນເງິນຄຳ,ສະບຽນອາຫານ ແລະ ເກນຊາວໜຸ່ມພໍ່ເຮືອນໄປເປັນ “ກຸລີ”ໄປເຮັດວຽກໃຫ້ມັນລ້າໆຢູ່ບ່ອນໄກໆ ເຂົາຂູດເນື້ອເຖືອໜັງ,ໃຊ້ແຮງງານ ກຸລີ ຢ່າງທໍລະມານທີ່ສຸດບາງຄົນກໍເຖິງແກ່ຄວາມຕາຍ, ເຫຼືອຕາຍຈຶ່ງໄດ້ກັບຄືນມາບ້ານທົ່ງ.

 

ເມື່ອມີທາງແຍກອອກໄປທາງຕາເວັນອອກຫານ້ຳງື່ມແລ້ວ ທີ່ສາມແຍກໂພນໂຮງ ໃນປີ ຄ.ສ. 1920 ຈຶ່ງມີຊາວທົ່ງຈໍານວນໜຶ່ງໄປຢູ່ເພີ່ມບ້ານນ້ອຍໂພນໂຮງອີກເພີ່ນເອີ້ນຊື່ວ່າ : ໂພນໂຮງກໍ່ເພາະວ່າ : ມັນຕັ້ງຢູ່ໂພນສູງນັ້ນເອງ ຄຳວ່າ ” ໂຮງ ” ເພີ່ນສັນນິຖານວ່າໄດ້ມາຈາກຄວາມເລົ່າລືກ່ຽວກັບເລື່ອງພະເວດສັນດອນ ເພາະທີ່ນີ້ເພີ່ນເຊື່ອວ່າ ແມ່ນທີ່ຕັ້ງຫໍໂຮງຂອງພະເວດສັນດອນ ແຕ່ມີບາງກຸ່ມຄົນກໍ່ວ່າ ” ໂຮງ ” ໄດ້ມາຈາກຊື່ ຜີເງຶອກໂຕໜຶ່ງທີ່ມີຊື່ວ່າ ” ນາງ ໂຮງ ” ມັນມີລິດເດດເຂັດຢໍາຫຼາຍ ວັງນໍ້າທີ່ນາງໂຮງຢູ່ກໍ່ແມ່ນຫ້ວຍນ້ໍາລິນຊຶ່ງແມ່ນ ກະໂຕໃຈກາງເທດສະບານໂພນໂຮງ( ໃນປັດຈຸບັນເກືອບຈະບໍ່ເປັນຮູບຫ້ວຍເພາະຊາວບ້ານນ້ຳລິນ ແລະ ບ້ານໂພນໂຮງປຸກສ້າງບ້ານເຮືອນກວາມເອົາຫຼາຍແລ້ວ )

ລະດູແລ້ງແຕ່ລະປີພວກລ່າເມືອງຂື້ນຝຣັ່ງຍັງເລັ່ງລັດປັບປຸງເສັ້ນທາງ ຈາກບ້ານໂພນໂຮງຫານ້ໍາງຶ່ມ-ບ້ານເກິນ ເພຶ່ອໃຫ້ລົດເຂົາເດີນສະດວກໄດ້ທັງແລ້ງທັງຝົນ ທັງນີ້ ກໍ່ເພື່ອໃຫ້ມັນງ່າຍແລະໄວ ໃນການຕິດຕໍ່ຫາບ້ານເກິນເພາະຄາວນັ້ນ ເຂດທົ່ງໂພນໂຮງຂື້ນກັບເມືອງທຸລະຄົມ ເຊິ່ງມີກົງຈັກຄອບຄອງທົ່ວເມືອງນີ້ຢູ່ບ້ານເກິນ ພວກລ່າເມືອງຂື້ນຖືວ່າແຜ່ນດິນທົ່ງໂບຮານໂພນໂຮງ ແມ່ນສ່ວນສຳຄັນນໍ້າເບີໜຶ່ງຂອງເຂົາຍ້ອນແນວນັ້ນ ມາຮອດປີ 1952 ເຂົາຈິ່ງໄດ້ຈັດເຂດກຸ່ມຂອງບ້ານທົ່ງແຫ່ງນີ້ໃຫ້ມີນາຍດ່ານຫຼືນາຍກອງປະຈໍາເຂດໂພນໂຮງ ນາຍດ່ານໂພນໂຮງເປັນຜູ້ຕາງໜ້າເຈົ້າເມືອງທຸລະຄົມ ຫຼື ມີສິດເກືອບເທົ່າທຽມເຈົ້າເມືອງທຸລະຄົມ

ເມື່ອມາຮອດກາງປີ 1957 ດ່ານໂພນໂຮງ ຈຶ່ງຖືກເຂົາຍົກຖານະຂື້ນເປັນ ” ເມືອງ ໂພນໂຮງ ” ຢ່າງສົມບູນ ເຊິ່ງມີກົງຈັກທີ່ເປັນໃຈກາງການຄອບຄອງຂອງເຂົາຢູ່ບ້ານໂພນໂຮງ ໂດຍທີ່ເຈົ້າເມືອງນັ້ນແມ່ນເຂົາເປັນຜູ້ແຕ່ງຕັ້ງມາແຕ່ກໍ່ມີໜ້ອຍເຈົ້າເມືອງທີ່ຢູ່ໃຕ້ການບົ່ງການຂອງເຂົາຢ່າງເຄັ່ງຄັດແລະມີເຈົ້າເມືອງສ່ວນຫຼາຍມີພິກໄຫວໃນການຊ່ວຍຊາວເມືອງຜູ້ໃຈຮ້ອນໃຊ້ອາລົມຊົ່ວວູບສູ້ກັບຝຣັ່ງ ເພາະອົດທົນຕໍ່ການດູຖູກ,ຂົມເຫັງນີບເຕັງເຂົາບໍ່ໄດ້ ຫຼື ຊວ່ຍເອົາຊາວເມືອງຜູ້ “ຮັກຊາດ” ແຕ່ຝຣັ່ງຊໍ້າຖືວ່າຜູ້ຮັກຊາດນັ້ນເປັນສັດຕູຕໍ່ເຂົາ  ເຂົາຈະຊອກຫາຈັບກຸມຜູ້ “ຮັກຊາດ” ນີ້ໄປເຂົ້າຄຸກ,ທໍລະມານຫຼືຂ້າຖີ້ມ ບາງເທື່ອເຂົາພຽງສົງໄສເຂົາກໍຕູ່ຫາວ່າເລື່ອງໃສວ່າ: ເປັນໃຈໃຫ້ຝ່າຍແນວລາວຮັກຊາດ ແລ້ວຈັບກຸມທຸບຕີເຂັນຂ້າທັນທີ. ມີຫຼາຍຄົນທີ່ທ່ານເຈົ້າເມືອງມີພິກໄຫວຊ່ວຍເອົາໄວ້ໄດ້. ພ້ອມດຽວກັນນັ້ນມີຫຼາຍທ່ານເຈົ້າເມືອງໄດ້ນໍາພາຊາວເມືອງສ້າງສາພັດທະນາໃຫ້ກ້າວເດີນໄດ້ໃນທ່າມກາງທີ່ມີບາງຄັ້ງກໍ່ສະດວກ,ບາງຄັ້ງກໍເດີນໄປຢ່າງປະຄັບປະຄອງ ເພື່ອໃຫ້ຊາວເມືອງຫຼີກພົ້ນອັນຕາລາຍຈາກພວກຝຣັ່ງ.

ນັບແຕ່ປີ 1952 – 1975 ມີທ່ານ ນາຍດ່ານ ແລະ ທ່ານເຈົ້າເມືອງ ປົກຄອງສຶບຕໍ່ກັນມາມີລາຍຊື່ດັ່ງລຸ່ມນີ້:

ລາຍຊື່ເຈົ້າເມືອງໂພນໂຮງກ່ອນປົດປ່ອຍ

ຖ້ານັບອາຍຸເມືອງໂພນໂຮງແຕ່ປີ 1957 ຫາປີ 1975 ຖືວ່າຍັງເປັນເມືອງໃໝ່ ດັ່ງນັ້ນຕົວເທດສະບານຈຶ່ງນ້ອຍແຕ່ຄວາມໜາແໜ້ນຂອງພົນລະເມືອງເທົ່າໆກັບເມືອງອື່ນ ເພາະຊາວເມືອງໂພນໂຮງຢູ່ຕາມທົ່ງນາເປັນສ່ວນຫຼາຍ ແລະ ຍ້ອນເປັນເມືອງໃໝ່,ຄົນໃໝ່ ຈຶ່ງບໍ່ທັນມີເຈົ້າກົກເຈົ້າເຫຼົ່າ ເຈົ້າຖິ່ນໃຫຍ່ນາຍໂຕ ຄືເມືອງທີ່ເກົ່າແກ່ ມີແຕ່ ເຈົ້າຊີວິດຫຼວງພະບາງ ໄດ້ ພະລາດຊະທານນາມມະຍົດໃຫ້ເປັນ “ເພຍ” ມີສາມທ່ານຄື: 1. ຍາພໍ່ລິນ ຫຼວງສີສົງຄາມ ໃຫ້ເປັນ ເພຍສີສົງຄາມ 2. ຍາພໍ່ ຄໍາດີ ໃຫ້ເປັນ ເພຍຈັນທອນພິທັກ 3. ຍາພໍ່ແນມ ແສງທອງໃຫ້ເປັນ ເພຍ ນາມວິເສດ.

ໃນເວລາທີ່ທົ່ງໂພນໂຮງເປັນເມືອງແລະມີເຈົ້າເມືອງປົກຄອງ ທີ່ຢູ່ໃຕ້ແອກຄອບຄອງຂອງຈັກກະພັດຕ່າງດ້າວ ຊາວເມືອງຢູ່ດ້ວຍຄວາມທໍລະມານນັ້ນ ຝ່າຍບັນດາ “ອ້າຍນ້ອງແນວລາວຮັກຊາດ” ໄດ້ຕັ້ງ “ເມືອງໂພນໂຮງເໜືອ” ຂື້ນຢ່າງລັບໆ ຊຶ່ງມີສຳນັກເຫຼື່ອນລອຍຢູ່ກາງປ່າຕາມຖຽງໄຮ່ຮ້າງ ຢູ່ແຖວເໜືອນ້ຳລີກປ່ອງໃສ່ນ້ຳງື່ມໄປຫາເຂດຫີນເຫີບ ເພີ່ນຕັ້ງຂື້ນເປັນພຽງບ່ອນຕ້ອນຮັບຊາວເມືອງໂພນໂຮງຜູ້ທີ່ມີໃຈຮັກຊາດແຕ່ຖືກສັດຕູນາບຂູ່ຕູ່ຫາ ທັງມີເປົ່າໝາຍຈັບເຂົ້າຄຸກຫຼືຂ້າຖີ້ມ ແລະ ເພື່ອຕິດຕໍ່ຫາອ້າຍນ້ອງຢູ່ທາງທົ່ງເທົ່ານັ້ນເມືອງໂພນໂຮງເໜືອລັບບໍ່ມີຂອບເຂດພົມແດນ ບໍ່ມີການຈັດຕັ້ງ ແລະອຳນາດໃດໆ ມີແຕ່ພໍ່ຈັນໂທ ບ້ານໂພນສີດາຊຶ່ງແມ່ນພໍ່ຂອງທ່ານ ສີໂຫ ບັນນະວົງ ( ອາດີດເຈົ້າແຂວງ ວຽງຈັນ )ທາງສູນກາງແນວລາວຮັກຊາດຕັ້ງເພີ່ນເປັນເຈົ້າເມືອງຢູ່ຫັ້ນ ກັບສອງສາມສະຫາຍກຳກັບຊີ້ນຳຢູ່ກາງປ່ານັ້ນ ນອກນັ້ນບໍ່ມີຫຍັງ ແຕ່ປານນັ້ນ ພວກຈັກກະພັດອາເມລິກາກໍຄືພວກລ່າເມືອງຂື້ນແບບໃໝ່ ມັນຢ້ານກົວເມືອງໂພນໂຮງເໜືອທີ່ບໍ່ມີຕົວຕົນນັ້ນຈົນຕັບສັ່ນ ມັນໄປມໍ່ແຖວນັ້ນບໍ່ໄດ້ ເມືອງດັ່ງກ່າວຍາກທີ່ຈະມີໃຜຮູ້ໄດ້( ປ້າຄໍາບັນນະວົງ ລູກໃພ້ພໍ່ຈັນໂທໃຫ້ຂໍ້ມູນ ).

ເມື່ອເປັນເຊັ່ນນັ້ນ ຝ່າຍຂວາຈັດວຽງຈັນຜູ້ເປັນໄມ້ມືຈັກກະພັດອາເມລິກາໄດ້ຂຸ້ນຂ້ຽວເສີມກຳລັງດ້ານການທະຫານໃຫ້ເຂັ້ມແຂງ ເປັນຕົ້ນແມ່ນ ຄ້າຍສູງໂພນໂຮງ ,ຄ້າຍພູພະນັງ-ແສນຊູມ. ຄ້າຍນາລ້ອງຄູນ, ຄ້າຍບ້ານໃໝ໋ ແລະ ຕັ້ງຄ້າຍໃໝ່ຂື້ນທີ່ດົງໂພນເຄັງ ຫຼື ດົງຊ້າງນ້ອຍ( ບໍລິເວນໂຮງຮຽນວັດທະນາທຳຊົນເຜົ່າຫຼັກ67ປັດຈຸບັນ ) ແລະຈັດເມືອງໂພນໂຮງໃຫ້ເປັນເຂດ

ຍ່ອຍວຽງຈັນ ພ້ອມດຽວກັນນັ້ນ ເຂົາໄດ້ຫັນມາເອົາມົກເອົາໃຈຊາວເມືອງໂພນໂຮງໂດຍອະນຸຍາດແລະຊ່ວຍເຫຼືອບາງອັນເຊັ່ນ: ກໍ່ສ້າງໂຮງການເມືອງແລະພະນັກງານຫຼາຍພະແນກການເປັນຕົ້ນແມ່ນ:ໂຮງການສາຍ(ໄປສະນີ), ວຽກງານກະສິກຳປ່າໄມ້ແລະນ້ຳ,ວຽກງານສານປານອມ,ວຽກງານການສຶກສາ ຊຶ່ງທ້າຍປີ1969ເຂົາເປີດໂຮງຮຽນມັດທະຍົມຂຶ້ນ1ຫຼັງທີ່ຢູ່ຫວາງກາງບ້ານໂພນໝີ-ໂພນຊອງ(ຂ້າພະເຈົ້າຜູ້ຂຽນກໍໄດ້ເຂົ້າຮຽນທີ່ນັ້ນເປັນລຸ້ນທໍາອີດໃນສົກຮຽນປີ1969-70ປັດຈຸບັນແມ່ນ ມ.ສ ໂພນໝີ ເມືອງ ວຽງຄໍາ),ສ້າງໂຮງຮຽນມູນລະປະຖົມເກືອບທຸກບ້ານ, ສ້າງໂຮງຮຽນປະຖົມບໍລິບູນເກືອບທຸກຕາແສງ ໂຮງຮຽນທີ່ວ່ານີ້ເປັນພຽງເຂົາອະນຸຍາດເທົ່ານັ້ນ ແຕ່ທຶນແລະແຮງງານແມ່ນຂອງຊາວບ້ານ, ສ້າງທາງແດງ ແຍກອອກຈາກທາງເລກທີ 13ເໜືອ ໄປທາງທິດຕາເວັນອອກເຊັ່ນ : ທາງແຍກບ້ານຍວດ – ບ້ານຂາມ, ທາງແຍກ ໂພນຫໍ – ນາລ້ອງຄູນ,ທາງແຍກນາໂພໃຕ້ – ປາກແຈ້ງ, ທາງແຍກນາເລົາ-ແອກຊ້າງໂພນທັນ ແລະທາງເຂົ້າໄປຫາບ້ານຕ່າງໆ, ສ້າງໂຮງໝໍນອ້ຍຢູ່ໂພນໂຮງໜຶ່ງຫຼັງ ແລະ ຢູ່ບ້ານນາເຫຼົ່າໜຶ່ງຫຼັງ(ບໍລິເວນໂຮງຮຽນ ມ.ຕົ້ນ ນາເຫຼົ່າປັດຈຸບັນ)   ຍ້ອນມີເຈົ້າເມືອງປົກຄອງທີ່ມີພິກໄຫວແລະຢູ່ໃນຄວາມທ່ຽງທໍາສືບຕໍ່ກັນມາຢ່າງປະຄັບປະຄອງ,ຍ້ອນຝ່າຍຈັກກະພັດລ່າເມືອງຂື້ນມີຄວາມຢ້ານກົວຕໍ່ບັນດາກຳລັງແນວລາວຮັກຊາດຂອງເມືອງໂພນໂຮງເໜືອທີ່ບໍ່ມີຕົວຕົນນັ້ນ ແລະ ຍ້ອນຢູ່ໃກ້ກັບເມືອງຫຼວງວຽງຈັນ ດັ່ງນັ້ນຊາວເມືອງໂພນໂຮງຈຶ່ງພົ້ນໄພອັນຕາລາຍເປັນສ່ວນຫຼາຍ ເບິ່ງລວມໆແລ້ວນັບວ່າ ເມືອງໂພນໂຮງຢູ່ໃນຄວາມສະຫງົບດີ ສະນັ້ນທາງການຂອງເຂົາຈຶ່ງໃຫ້ຊາວເມືອງອື່ນແຂວງອື່ນອົບພະຍົກມາຢູ່ນຳ ຊ່ວງໄລຍະທີ່ມີຜູ້ຄົນອົບພະຍົບມາຢູ່ຫຼາຍທີ່ສຸດກໍ່ແມ່ນໄລຍະປະມານປີ 1960 ຫາ 1971 ຈາກນັ້ນເມືອງໂພນໂຮງຈິ່ງເກີດມີບ້ານໃໝ່ຂື້ນເປັນຕົ້ນແມ່ນ ກຸ່ມບ້ານທີ່ຢູ່ທາງແບ່ງນາໂພໃຕ້,ບ້ານຫ້ວຍທົນ,ບ້ານນ້ຳແຈ້ງ, ກຸ່ມບ້ານຫຼັກ52 ແລະ ສ່ວນຫຼາຍແມ່ນຢູ່ຝາກທາງເລກທີ 13ເໜືອ ດ້ານຕາເວັນຕົກ ມາເຖິງໄລຍະນີ້ເມືອງໂພນໂຮງຝາກທາງດ້ານຕາເວັນຕົກຈຶ່ງມີບ້ານຄົນຢູ່ສືບມາ ( ຍົກເວັ້ນ ບ້ານ ໜອງຂອນ).ດັ່ງທີ່ກ່າວມາຂ້າງເທິງນັ້ນວ່າ ເມືອງໂພນໂຮງເບິ່ງລວມແລ້ວຢູ່ໃນຄວາມສະຫງົບດີ ແຕ່ສວນເລິກແລ້ວຊາວເມືອງມີຄວມຄຽດແຄ້ນໃຫ້ຈັກກະພັດລ່າເມືອງຂຶ້ນມາດົນນານແລ້ວ ແຕ່ມີຊາວເມືອງໂພນໂຮງ ແລະ ເຂດອື່ນຈໍານວນໜຶ່ງຖືກມັນຊື້ຈ້າງເປັນໄມ້ມືໃຫ້ມັນໄດ້, ຈໍານວນໜຶ່ງປາກບໍ່ໄດ້ແລະເຮັດຫຍັງບໍ່ໄດ້ເພາະຍັງເຊື່ອຄໍາໂຄສະນາຫຼອກລວງຂອງເຂົາຢູ່. ອີກຈໍານວນໜຶ່ງທີ່ມີຈິດໃຈຮັກຊາດຢ່າງສູງສົງ ຈໍາແນກຄໍາໂຄສະນາຂອງເຂົາອອກ, ເຫັນຄວາມໂຫດຮ້າຍປ່າເຖື່ອນຂອງເຂົາ ຫັວງເອົາລາວເປັນຫົວເມືອງຂຶ້ນແທ້ ດັ່ງນັ້ນ ພວກເພິ່ນນີ້ທີ່ສືບໄດ້ມູນເຊື້ອເກັ່ງກ້າພິລະອາດຫານບໍ່ຍອມຈໍານົນຈາກບັນພະບຸລຸດລາວ, ບໍ່ຍອມໃຫ້ຄົນຕ່າງຊາດມາຢໍ່າຢີປີ້ປົ່ນຊາດຂອງຕົນ,ບໍ່ຢາກເຫັນຄວາມລໍາບາກເດຶອດຮ້ອນຂອງປະຂາຊົນລາວ ດ້ວຍແນວນີ້ ພວກເພິ່ນຈຶ່ງຍອມສະຫຼະທຸກຢ່າງແມ່ນກະທັ່ງຊີວິດກໍຍອມໄດ້ ພວກເພິ່ນເຫຼົານີ້ ຈຶ່ງເຄື່ອນ

ໄຫວຕໍ່ຕ້ານຢູ່ໃນບ້ານແລະເຂດປ່າດົງໃນເຂດເມືອງໂພນໂຮງແລະອ້ອມແອ້ມ ຊື່ງເຮົາເອີ້ນພວກເພິ່ນວ່າ:ຝ່າຍອ້າຍເອື້ອຍນ້ອງຕໍ່ຕ້ານ ຫຼື ຝ່າຍແນວລາວອິດສະຫຼະ ຫຼື ຝ່າຍແນວລາວຮັກຊາດ ຫຼື ຝ່າຍນັກປະຕິວັດ ໂດຍພວກເພິ່ນມີແນວທາງການຕໍ່ສູ້ຈາກພັກປະຊາຊົນລາວເປັນຜູ້ຊື້ນໍາ ນໍາພາ ຊຶ່ງມີສູນກາງຢູ່ຊໍາເໜືອ ແລະ ກໍມີຊາວໜຸ່ມຈໍານວນຫຼວງຫຼາຍຂອງເມືອງໂພນໂຮງອອກຈາກເມືອງໄປຫາເຂດປົດປ່ອຍທີ່ຊໍາເໜືອ ແລະຊຽງຂວາງ ຕອນທີ່ພວກເພິ່ນທໍາການຕໍ່ສູ້ຫຼືເຮັດການປະຕິວັດຢູ່ແນວໜ້າແລະແນວຫຼັງນັ້ນພວກເພິ່ນໄດ້ຜ່ານຜ່າຫຼາຍຮ້ອຍອຸບປະສັກ ດ້ວຍການທົນແດດ,ໜາວ,ຮ້ອນ,ຝົນ,ຍຸງ,ທາກ,ອຶດເຂົ້າຢາກປາ, ອຶດຫຼັບຫິວນອນ,​ ຫຼົບຫຼີກລູກປືນ,ລູກລະເບີດ,ສານພິດ………ອຸບປະສັກທີ່ໂຫດຮ້າຍອັນຕະລາຍປ່າເຖືອນຂ້ຽວຂາດ,ຫວາດສຽວທີ່ສຸດກໍແມ່ນຖືກລູກມືຂອງຈັກກະພັດຕາມລ່າຈັບ ຫາກເຂົາຈັບໄດ້ຈະລອດຕາຍໜ້ອຍທີ່ສຸດນອກນັ້ນແມ່ນຖືກເຂົາຂ້າຖີ້ມ. ບັນດາພໍ່ແມ່ອ້າຍເອື້ອຍນ້ອງໃນຖັນແຖວແນວລາວຮັກຊາດຂອງພວກເຮົາທີ່ຖືກພວກເຂົາຕາມລ່າຈັບແຕ່ຫຼີກໜີໄດ້ຢ່າງຫວຸດຫວິດກໍມີ, ຈັບໄດ້ແຕ່ມີຜູ້ຊວ່ຍໜີພົ້ນລອດຕາຍກໍມີ, ຈັບໄດ້ແຕ່ຖືກເຂົາຂ້າຖີ້ມເປັນສ່ວນຫຼາຍ.ສາມເຫດການທີ່ເວົ້າມານີ້ໄດ້ມີຫຼາຍທ່ານຫຼາຍສະຫາຍ ແລະຫຼາຍຄອບຄົວໄດ້ປະສົບພົບພໍ້ມາແລ້ວ ຊຶ່ງພໍຈະຍົກໃຫ້ເຫັນເປັນທີ່ເທີດທູນ, ຮູ້ບຸນຄຸນຄວາມເສຍສະຫຼະເພິ່ນໄວ້ມີດັ່ງນີ້: ຄອບຄົວຂອງພໍ່ຈັນໂທແມ່ຈັນໂທ,ພ້ອມທັງ ທ່ານ ດຣ ສີໂຫ ບັນນະວົງ(ລູກຊາຍ- ອະດິດເຈົ້າແຂວງໆວຽງຈັນ) ທ່ານປ້າ ນາງຄໍາ ບັນນະວົງ(ລູກໃພ້)ທີ່ບ້ານໂພນສີດາ. ທ່ານ ໝູນແກ້ວ ອໍລະບຸນ (ອະດິດເຈົ້າແຂວງໆວຽງຈັນ, ລັດຖະມົນຕີກະຊວງຖະແຫຼງ ວັດທະນະທໍາ)ທີ່ບ້ານນາທອງ, ຄອບຄົວທ່ານເຈົ້າເມືອງພູທອງ ແສນສຸລີນທາ ບ້ານນາຊູ  ວິລະຊົນ ອູ່ຄໍາ ບ້ານໂພນໝີ, ຕະກຸນ ພົມພິພັກບ້ານໂພນໝີ,ຕະກຸນ ສີຊົມຊື່ນ ບ້ານໂພນໝີ, ຕະກຸນ ສອນທະວີ,ຕະກຸນແກ້ວວີໄຊ, ຄອບຄົວພໍ່ຂັນໄຊບ້ານໂພນ, ຄອບຄົວ ພໍ່ສົມດີ ຍິ່ງຍົດ ບ້ານນາເຫຼົ່າ ຄອບຄົວພໍ່ປັບແມ່ບົວພັນບ້ານໂພນແກ້ວ-ແສນຊຸມ, ຄອບຄົວພໍ່ຕົ່ງເຊັ່ງລໍ່ແລະພີ່ນ້ອງພໍ່ໄຟດ່າງລໍ່ເບລ່ຍຢ້າວບ້ານຫຼັກ52, ຄອບຄົວ ລຸງ ສົມຈິດ ສີຊົມຊື່ນ(ບ້ານໂພນໝີ)ແລະພັນລະຍາຊື່ວ່າ ປ້າ ເຂັມຄໍາ ສີຊົມຊື່ນ ປ້າເຂັມຄໍາ ແມ່ນອາດີດສາວນ້ອຍກອງຫຼອນ ບ້ານເພຍວັດ ເມືອງຄູນ ແຂວງຊຽງຂວາງ ເປັນຜູ້ຍິງຍົນ ເຕ 28ຂອງຈັກກະພັດອາເມລິກາຕົກ 1ລໍາ ປ້າເຂັມຄໍາ ສີຊົມຊື່ນ ໄດ້ຮັບນາມມະຍົດເປັນ ນັກລົບແຂງຂັນ ປັດຈຸບັນ ເພິ່ນພາຄອບຄົວຕັ້ງຫຼັກປັກຖານ ຢູ່ບ້ານເຕົາຖານ(ເຂດໂພນສູງ) ເມືອງໂພນໂຮງ  ເຖິ່ງວ່າປະເທດຊາດຈະໄດ້ຮັບການປົດປ່ອຍແລ້ວ ປ້າເຂັມຄໍາ ສີຊົມຊື່ນ ຍັງມີນໍ້າໃຈໂອບເເອື້ອອາລີຊ່ວຍເຫຼຶອສັງຄົມ ເຊັ່ນ ມີຄົນເຈັບເປັນ; ຄົນເສຍຊີວິດ ແລະ ກໍໄດ້ຊຸກຍູ້ກອງປະຊຸມຂັ້ນຕ່າງໆ . ໂດຍສະເພາະກໍແມ່ນສໍາຫຼັບບ້ານທີ່ເຂົາບັງຄັບນາບຂູ່ທີ່ສຸດກໍຄື: ບ້ານໂພນສີດາ ອີກບ້ານໜຶ່ງກໍແມ່ນບ້ານນາທອງ ບ້ານນີ້ເຂົາສັງການໄປບັງຄັບໃຫ້ຊາວບ້ານລ້ອມຮົ້ວອອ້ມບ້ານໃຫ້ຖີທີ່ສຸດກໍາປັ້ນກໍບໍ່ໃຫ້ຫຼົມ, ສູງທີ່ສຸດ ໄກ່ຜູ້ໂອກກໍບິນຂ້າມບໍ່ໄດ້ ຈົ່ງແຕ່ປະຕູສອງປອ່ງໃຕ້ແລະເໜືອເທົ່ານັ້ນ ແຕ່ທະຫານເຂົາຍາມຊາວສີ່ຊົ່ວໂມງ ເພື່ອບໍ່ໃຫ້ຊາວບ້ານຕິດຕໍ່ກັບແນວລາວຮັກຊາດໄດ້ ແລະ ຍັງມີຫຼາຍໆທ່ານທົ່ວເຂດເມືອງໂພນໂຮງ ທີ່ພວກເຮົາບັນທຶກຊື່ເພີ່ນໄວ້ທີ່ຫ້ອງການເມືອງໂພນໂຮງດ້ວຍຄວາມຮູ້ບຸນພວກເພິ່ນຢ່າງຫຼົ້ນເຫຼືອ ນອກນັ້ນ ໄດ້ມີຫຼາຍທ່ານທີ່ຂ້າພະເຈົ້າໄດ້ຂຽນອອກເປັນເລື່ອງລະອຽດເປັນປຶ້ມ, ລົງໃນໜ້າໜັງສືພີມ ແລະ ວາລະສານຕ່າງໆໃຫ້ພວກເພີ່ນແດ່ແລ້ວ.

3.​ເມືອງໂພນໂຮງພາຍໃຕ້ລະບອບໃໝ່

ຊາວເມືອງໂພນໂຮງກໍ່ຄືປະຊາຊົນລາວທົ່ວທັງປະເທດທີ່ມີຄວາມເບື່ອໜ່າຍຕໍ່ກັບແອກປົກຄອງຂອງລະບອບເກົ່າ ມາດົນນານເຖິງ80ປາຍປີ,ແລະເຫັນໄດ້ໃນແນວທາງອັນຍຸຕິທຳຂອງຝ່າຍກຳລັງແນວລາວຮັກຊາດ ດັ່ງນັ້ນປະຊາຊົນລາວທົ່ວທັງປະເທດ ຈຶ່ງພ້ອມພຽງກັນລຸກຂື້ນຕໍ່ສູ້ຮວ່ມມືກັບອ້າຍເອື້ອຍນ້ອງແນວລາວພ້ອມກັນປົດປ່ອຍເອົາປະເທດຊາດຂອງຕົນໃຫ້ຫຼຸດພົ້ນອອກຈາກແອກຄອບຄອງຂອງຈັກກະພັດໂດຍໃຊ້ເວລາທີ່ຍາວນານຈຶ່ງໄດ້ໄຊຊະນະໃນທ້າຍປີຄື ວັນທີ2 ທັນວາ ຄ.ສ 1975  ຫຼັງຈາກມື້ນັ້ນມາເມືອງໂພນໂຮງຈຶ່ງມີຄົນລາວປົກຄອງກັນເອງຢ່າງສົມບູນ. ເຖິງພວກຈັກກະພັດ-ປະຕິການຈະປ່ວງບ້າໂສຕາຍເຂົ້າມາກໍ່ກວນວຸ້ນວາຍຕອນປົດປ່ອຍໃໝ່ຢູ່ເຂດເໜືອເມືອງໂພນໂຮງໃນທ້າຍປີ1976(ເຂດໜອງຄາຍ-ແສນຊຸມ)ຊາຍໜຸ່ມນັກລົບປະຕິວັດເມືອງໂພນໄດ້ຕ້ານຢັນຂັບໄລ່ກັບພວກມັນຢ່າງພິລະອາດຫານ ທຸກສະຫາຍຍອມມອບກາຍຖວາຍຊີວິດແກ່ສະໜາມລົບຄັ້ງນັ້ນດ້ວຍການຊີ້ນໍາ ບັນຊາຖືກຕ້ອງຈາກຄະນະພັກເມືອງໂພນໂຮງ ດ້ວຍມູນເຊື້ອແຫ່ງນໍ້າໃຈຕໍ່ສູ້ບໍ່ຍອມຈໍານົນ, ມູນເຊື້ອສາມະຄີກັນຢ່າງແໜ້ນໜຽວ ດັ່ງນັ້ນ ພວກປະຕິການຈຶ່ງປະລາໄຊໄປຢ່າງລາບຄາບ.ນັບແຕ່ປະເທດ

ຊາດໄດ້ຮັບການປົດປ່ອຍຢ່າງສົມບູນມາ ຊາວເມືອງໂພນໂຮງ ໄດ້ປະຕິບັດສອງໜ້າທີ່ຢຸດທະສາດຄື : ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອັນມີພັກປະຊາຊົນປະຕິວັດລາວເປັນຜູ້ນໍາພາ ແລະ ເພື່ອຮັກສາໝາກຜົນຂອງການປະຕິວັດ ຄະນະພັກ ອົງການປົກຄອງເມືອງໂພນໂຮງ ໄດ້ຫັນເອົາພະນັກງານລົງສູ້ຮາກຖານ ປຸກລຸກຂົນຂວາຍຊາວເມືອງໃຫ້ມີຄວາມຮູ້ຄວາມເຂົ້າໃຈຕໍ່ລະບອບໃໝ່ ແລະ ຮູ້ກົນອຸບາຍອັນຊົ່ວຮ້າຍຂອງສັດຕູ ສ້າງຄວາມສາມັກຄີປອງດອງຂອງຊາວລາວທັງຊາດ,ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດຮັກບ້ານເກີດເມືອງນອນຂອງຕົນ ມີສະຕິລະວັງຕົວ ຕອບໂຕ້ທຸກກົນອຸບາຍຂອງສັດຕູແລະຂອງກຸ່ມຄົນບໍ່ດີ. ພ້ອມກັນນັ້ນກໍ່ມີການສ້າງສາພັດທະນາຢ່າງຮອບດ້ານເຊັ່ນ ໃນຂົງເຂດການສຶກສາ, ສາທາລະນະສຸກ,ເສດຖະກິດ ແລະ ທຸກໆວຽກງານທີ່ພາໃຫ້ຊາວເມືອງກ້າວເດິນໜ້າ.ພ້ອມດຽວກັນກໍໄດ້ປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳທີ່ດີງາມອັນເປັນເອກກະລັກຊາວເມືອງກໍຄືຂອງຊາດລາວເອົາໄວ້.

ປັດຈຸບັນ ທົ່ວເມືອງມີສະຖຽນລະພາບໝັ້ນຄົງດີ ມີໄຟຟ້າ,ນ້ໍາປະປາ,ທາງສາຍໂພນໂຮງ – ບ້ານເກິນໃນອາດີດທີ່ເປັນທາງກວຽນແລ້ວປ່ຽນມາເປັນທາງແດງທາງດຳ ດຽວນີ້ກາຍມາເປັນທາງເບຕົ່ງ ທາງຫຼາຍເສັ້ນມີລົດລາພາຫານະແລ່ນຕະຫຼອດກາງວັນກາງຄືນ ແລະມີເຮືອນຕຶກເຮືອນກໍ່ປຸກຂຶ້ນລຽນຕິດລຽນຕໍ່ກັນ ແລະອື່ນໆ ທີ່ລ້ວນແຕ່ໃຫ້ຄວາມສະດວກສະບາຍແກ່ຊາວເມືອງເປັນຢ່າງດີ……..ພິເສດ ດ້ານຕາເວັນຕົກຂອງເມືອງທີ່ຄົນໂບຮານບໍ່ຢາກຢູ່ຍຸກນັ້ນ ດຽວນີ້ນອກຈາກມີບ້ານຄົນ ແລະ ທາງແຍກເຂົ້າໄປຫຼາຍເສັ້ນແລ້ວ ຍັງມີສໍານັກງານອົງການຕ່າງໆທັງພາກລັດແລະເອກະຊົນໄປຕັ້ງຢູ່ມີນິຄົມ,ຟາມລ້ຽງສັດຂະໜາດນອ້ຍໃຫຍ່, ມີໂຮງຈັກໂຮງງານ, ສວນໄມ້ອຸດສາຫະກໍາແລະກິນໝາກຢ່າງກວ້າງຂວາງ,   ທັງນີ້ກໍຍອ້ນວ່າທ່ານເຈົ້າເມືອງແຕ່ລະທ່ານຢູ່ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ທຸກທ່ານໄດ້ນໍາເອົາແນວທາງຂອງພັກ-ລັດມາໝູນໃຊ້ ແລ້ວນໍາພາຊາວເມືອງເລັ່ງລັດພັດທະນາດ້ວຍຄວາມຮັກແພງສະມັກຄີກັນ ເຮັດໃຫ້ແຕ່ລະບ້ານທີ່ມີຄອບຄົວທຸກຈົນຫຼຸດພົ້ນຈາກຄວາມທຸກຍາກລົງເປັນກ້າວໆ ມີບ້ານແບບຢ່າງທີ່ດີຫຼາຍບ້ານ, ເອົາໃຈໃສປະຕິບັດວຽກງານສາມສ້າງຢ່າງເປັນລະບົບ ແລະ ນໍາເອົາທຸກມະຕິຄໍາສັງຂອງພັກ-ລັດມາຄົ້ນຄ້ວາໃຫ້ຖືກຕ້ອງແທດເໝາະກັບຕົວຈິງ ແລະ ຫງຽງຫູຟັງສຽງມະຫາຊົນດ້ວຍຄວາມຮິ່ນຕອງ  ດັ່ງນັ້ນ ຈິ່ງເຮັດໃຫ້ເມືອງໂພນໂຮງຈະເລີນງອກງາມເປັນກ້າວໆໄປຕາມຍຸກຕາມສະໄໝ່ ແລະ ເທົ່າທຽມກັບບາດກ້າວເດີນຂອງປະເທດຊາດກໍຄືບາດກ້າວເດີນຂອງຍຸກໂລກາວິວັດ.

ປັດຈຸບັນ(ຄ.ສ 2016) ເມືອງໂພນໂຮງມີ 06ກຸ່ມ, 59ບ້ານ,11.401ຄອບຄົວ. ມີພົນລະເມືອງທັງໝົດ 62.202             ຄົນ ຍິງ 31.460ຄົນ ມີສາມຊົນເຜົ່າຄື: ເຜົ່າລາວພວນມິ 48.393ຄົນ  ເຜົ່າລາວກຶມຸມີ 3.574ຄົນ ແລະ ເຜົ່າລາວມົ້ງມີ 10.213ຄົນ. ຄົນຕ່າງດ່າວມີ 29ຄົນ ຍິງ 8ຄົນ.ມີເນື້ອທີ່ທັງໝົດ 64.000 ເຮັກຕາ ໃນນັ້ນ 1:3 ເປັນໂນນປ່າ, ຮອ່ມຫ້ອຍ ສະຫຼັບຊັບຊ້ອນ.

     ນັບແຕ່ປະເທດຊາດໄດ້ຮັບການປົດປອ່ຍຢ່າງສົມບູນແຕ່ວັນທີ 2 ທັນວາ 1975 ເປັນຕົ້ນມາ ເມືອງໂພນໂຮງໄດ້ມີປະທານເມືອງ,ເຈົ້າເມືອງ ປົກຄອງສືບຕໍ່ກັນມາມີດັ່ງນີ້:

                    1. ທ່ານ ບຸນເພັງ ພັນທະວົງ                1975 – 1977                   

                    2. ທ່ານ ບຸນໄທ ທະວີສັກ                      1977 – 1979                          

                    3. ທ່ານ ແສງຈັນ ແສນຈົງຮັກ            1979 – 1982              

                    4. ທ່ານ ຍວດ ພັນນະວົງ                       1982 – 1986                      

                    5. ທ່ານ ຈານແອັດ ທອງດາລາ             1986 – 1990         

                    6. ທ່ານ ບົວໄຂ ໄມສີ                               1990 – 1993   

                    7. ທ່ານ ສະໜິດ ສ້າງຄຳ                        1993 – 1997

                    8.  ທ່ານ ເຂົາແກ້ວ ສົມຈັນມະວົງ        1997 – 2003

                    9.  ທ່ານ ອຸ່ນຄຳ ບຸນຍະແສງ                 2003 – 2005

                    10.  ທ່ານ ພູທອງ ແສງສຸລິນທາ            2005 – 2010

                    11.  ທ່ານ ນາງ ອິ່ນຄຳ ພັນດາລາ            2010 – ເຖິງປະຈຸບັນ

                            

 

 

 

 

 

 

 

 

 

 

 

 

 

 

 

ບົດສໍາພາດ

    ຈາກການບອກເລົ່າເຖົ້າແກ່ອາວຸໂສ ບາງເຂດພາຍໃນເມືອງໂພນໂຮງມີດັ່ງນີ້:

ພໍ່ຕູ້ ເສີຍ ບ້ານແສນຊູມ(ເຂດໂພນສີເໜືອ) ປີນີ້ ອາຍຸເພິ່ນໄດ້ 88ປີ ເພິ່ນເລົ່າວ່າ: ເພິ່ນເກິດຢູ່ ບ້ານ ໜອງຄາຍ(ໜອງຄາຍຢູ່ແຖວດຽວກັບ ບ້ານແສນຊູມ) ໃຫຍ່ເປັນບ່າວແລ້ວ ພວກທະຫານລາວຂອງພວກລ່າເມືອງຂຶ້ນຝຣັ່ງ ບັງຄັບບອກຍ້າຍບ້ານ ໃຫ້ມາຢູ່ບ້ານດອນໝໍ້ ຕອນນັ້ນ ບ້ານ ໜອງຄາຍ ມີ4ຫຼັງຄາເຮືອນ ບ້ານດອນໝໍ້ມີປະມານ5ຫຼັງຄາເຮືອນ ທີ່ສໍາຄັນຂອງບ້ານດອນໝໍ້ ແມ່ນຢູ່ຕິດກັບທາງ ຫຼວງພະບາງທີ່ພວມກໍາລັງສ້າງ, ແມ່ນບ້ານຢູ່ຕີນພູພະນັງບ້ານເໜືອສຸດຂອງເມືອງໂພນໂຮງ ແລະ ຕອນນັ້ນ ບ້ານດອນໝໍ້ເປັນຈຸດຕັ້ງຄ້າຍຂອງທະຫານຫວຽດນາມໃຕ້ເພື່ອບັນຊາຄຸມງານ ກຸລີ ສ້າງທາງຂຶ້ນໄປຫຼວງພະບາງ ການເປັນກຸລີສ້າງທາງແມ່ນລໍາບາກກາກກໍາທີ່ສຸດ ເຮັດວຽກ ພີເລີ ພີເລີ ກໍບໍ່ລໍາບາກທໍລະມານທໍ່ນັ້ນ ຫຼອດຕາຍຈຶ່ງໄດ້ກັບບ້ານ  ຍ້ອນບ້ານນອ້ຍດອນໝໍ້ເປັນເຂດທົ່ງຢູ່ເໜືອສຸດ ກ່ອນຈະຂຶ້ນພູພະນັງໄປຫຼືລົງພູພະນັງມາຫາເຂດທົ່ງ ກໍຕ້ອງໄດ້ມາພັກ ມາປະຊູມກັນຢູ່ບ້ານນອ້ຍດອນໝໍ້ນີກອ່ນ  ດັ່ງນັ້ນດອນໝໍ້ ຈຶ່ງເປັນຈຸດເຕົ້າໂຮມຮ່ວມປະຊູມຂອງຄົນຫຼາຍຍຸກຫຼາຍສະໄໝ ຈາກເຫດການຕໍ່ເນື່ອງເຊັ່ນນັ້ນ ເພີ່ນຈຶ່ງປ່ຽນຊຶ່ມາເປັນ “ບ້ານແສນຊູມ”  ປັດຈຸບັນ ບ້ານແສນຊຸມມີເກືອບ200ຫຼັງຄາເຮືອນ.

ປັດຈຸບັນ ເຖິງວ່າ ການເດີນທາງບໍ່ໄດ້ຍ່າງເໝືອນເກົ່າ ເຊິ່ງໄປດ້ວຍລົດລາພາຫານະທີ່ທັນສະໄໝກໍຕາມ  ແຕ່ບ້ານແສນຊູມ ຍັງແມ່ນຈຸດຊຸມໜຸມແວ່ເຊົາ  ຂອງຝຸ່ງຊົນທຽວທາງເຊັ່ນເດີມ ຈຸດທີ່ເດັ່ນກວ່າໝູ່ ກໍແມ່ນປໍ້າຂາຍນໍ້າມັນ ນວນຕາ ຮ້ານນີ້ ນອກຈາກຂາຍນໍ້າມັນ ຍັງຂາຍທຸກສັບພະສີນຄ້າ ຄົນໄປມາແວ່ດື່ມນໍ້າ,ກິນເຂົ້າປາອາຫານ ບໍ່ຂາດໄລຍະ ເພາະມີເດິ່ນຈອດລົດກວ້າງຂວາງ ຮ້ານຕັ້ງຢູ່ຕີນພູພະນັງນັ້ນໂລດ.

ທ່ານ ເອບ ເຈົ້າຂອງຮ້ານ ນວນຕາ ເວົ້າວ່າ ບ້ານແສນຊຸມ ກໍເປັນດັ່ງຄໍາເຖົ້າແກ່ໂບຮານວ່າມານັ້ນ ດັ່ງນັ້ນ ພໍ່ຂອງເພີ່ນຈຶ່ງໄດ້ມາຕັ້ງຮ້ານບໍລິການ ນໍ້າມັນ ແລະ ອາຫານການກິນ ພ້ອມດວ້ຍບອ່ນພັກຜ່ອນຢອ່ນໃຈໃຫ້ແຂກຄົນໄປມາ ແລະກໍໄດ້ຮັບຜົນເປັນຢ່າງດີ.  ພໍ່ຕູ້ ຍຸງຄໍາ(ຈານແກ່ນທອງ) ບ້ານ ໂພນໄຮ(ເຂດໂພນຫໍ-ໂພນໄຮ)ອາຍຸ 75ປີ ສາຍຕາເພີ່ນບໍ່ແຈ້ງດີປານໃດ ເບີ່ງ “ພີເລີ” ກໍມືດມົວໄປໝົດ ຜູ້ຂໍ່້ມູນ ຂັບພວນ-ຂັບງື່ມ.

ແມ່ຕູ້ ສີທາດ ແມ່ຕູ້ກົງຄໍາ  ສອງເອື້ອຍນອ້ງທີ່ຮັກແພງກັນແຕ່ນອ້ຍຈົນເຖົ້າຈົນແກ່. ທັງສອງເກີດຢູ່ບ້ານໂພນ(ເຂດນາເຫຼົ່າ) ອາຍຸ 84-85ປີ ເພິ່ນບອກວ່າ: ແມ່ຂອງພວກເພິ່ນແມ່ນຄົນເກິດກັບທີ່ນີ້ແຕ່ດຶກດໍາບັນໄດ້ຫຼົບຫຼີກຈາກເສິກຫໍ້ໄປຢູ່ປ່າ ແຕ່ເພີ່ນກໍຈື່ “ພີເລີ” ບໍ່ໄດ້ຫຼາຍ ພໍຈື່ໄດ້ແຕ່ວ່າ ເພິ່ນແມ່ນຄົນເຂດບ້ານ “ທົ່ງຍ້າງນາຝາງ”   ຢູ່ອ້ອມແອ້ມບ້ານໂພນ(ໃຫຍ່)ປັດຈຸບັນນີ້ມີ ຊາກບ້ານຮ້າງນາຝາງ ຫຼັກຖານກໍມີນໍ້າສ້າງເກົ່າແກ່ ຮອ່ງຮອຍປ່າຊ້າຮ້າງນາຝາງ, ຢູ່ເໜືອນາຝາງຮ້າງມາໜ້ອຍໜຶ່ງມີບ້ານນາຍາງ ແລະ ມີຫ້ວຍຮອ່ງຍາງທີ່ໄຫຼຜ່ານລະຫວ່າງທົ່ງນາຍາງກັບທົ່ງບ້ານໂພນ(ຍ້າງອາດຜຽ້ນມາເປັນຍາງກໍໄດ້) ເມື່ອຈໍາຄວາມໄດ້ດີແຖວນັ້ນກໍເປັນປ່າໄປໝົດ ເມື່ອໃຫຍ່ເປັນສາວຈຶ່ງເອົາຜົວທີ່ແມ່ນຊາວພວນໜີເສິກຫໍ້ເສິກໄທ(ເສິກສະຫຍາມ)ມາແຕ່ຊຽງຂວາງ ທີ່ມາຮວມກັນຕັ້ງບ້ານຢູ່ອ້ອມໂພນ  ມີເຈັດຫຼັງຄາເຮືອນແລ້ວເອີ້ນຊື່ວ່າບ້ານໂພນ ປັດຈຸບັນ ບ້ານໂພນມີເຮືອນເກືອບ 200  ຫຼັງຄາ

ພໍ່ຕູ້ ເວີ້ນ ອາລີຍະວົງ ບ້ານໂພນໂຮງ(ເຂດໂພນໂຮງ) ຫຼື ເອີ້ນຕາມຄວາມຮັກແພງນັບຖື ຫຼື ຕາມລະບຽບຂອງນັກຮຽນປະຖົມໃນລະບອບເກົ່າເອີ້ນນາຍຄູທີ່ມີອາຍຸ 30ປີຂຶ້ນໄປຈະຕ້ອງຮອ້ງວ່າ “ຍາພໍ່” ຖ້າເອີ້ນ “ຍາພໍ່ເວີນ” ຈະເປັນທີ່ຮູ້ຈັກກັນຫຼາຍໃນເມືອງໂພນໂຮງ ອາຍຸເພິ່ນ80ປີແລ້ວ ເພິ່ນຮັບຣາຊະການຄູສອນທີ່ມີອາຍຸຫຼາຍທີ່ສຸດໃນເມືອງໂພນໂຮງ ແລະ ເພິ່ນເປັນຜູ້ໃຫ້ຂໍ້ມູນກຽ່ວກັບຊື່ “ໂພນໂຮງ”  ແລະໂພນໂຮງ ຍົກຖານະເປັນເມືອງຍອ້ນ ແນວໃດ?ແລະ ປີໃດ.?

ພໍ່ຕູ້ ພົງສະຫວັດ ບ້ານນາໂພໃຕ້(ເຂດສະກ້າ-ນາໂພ) ອາຍຸ 82ປີ ເພິ່ນເລົ່າວ່າ: ພໍ່ແມ່ຂອງເພິ່ນແມ່ນຊາວພວນຖຶກພວກທະຫານຫໍ້-ສະຫຍາມບັງຄັບໃຫ້ອົບພະຍົກມາແຕ່ຊຽງຂວາງ ຕອນເປັນຂະບວນລົງມາວຽງຈັນໄປຝັ່ງໄທຝັ່ງສະຫຍາມນັ້ນ ຫໍ້ບັງຄັບຂົມເຫັ່ງໃຫ້ໄປໄດ້ທັນໃຈມັນທີ່ສຸດ ມັນບໍ່ສົນໃຈນໍາເດັກນອ້ຍອຶດຫິວຮອ້ງໄຫ້  ຜູ້ໃຫຍ່ເຈັບຕາຍ ບໍ່ສົນ “ມີຫາງ” ເລີຍ ມັນມີແຕ່ບັງຄັບໃຫ້ໄປເທົ່ານັ້ນ ຍອ້ນແນວນັ້ນ ຈຶ່ງພາກັນລັກໜີໜີຈາກເຂົາ ມີບາງຄອບຄົວໄປລີ້ຢູ່ໂກນກົກໄມ້ ເຂົານໍາທັນເຂົາກໍເອົາໄຟຈູດທີ່ປາກໂກນນັ້ນໃຫ້ຕາຍທັງເປັນທັງໝົດຄອບຄົວ……. ເຂົາປາບປາມໃຫ້ຊາວພວນອົບພະຍົກຢ້ານເພື່ອໃຫ້ໄປຕາມໃຈເຂົາມີຫຼາຍວິທີທີ່ໜ້າສັງເວດ ສະຫຍອງຂວັນທີ່ສຸດ ຊາວພວນສວນຫຼວງຫຼາຍຖືກເຂົາບັງຄັບຂ້າມນໍ້າຂອງໄປໄດ້ ສວນຄອບຄົວເພິ່ນ ພໍມາຮອດທົ່ງຮ້າງນາໂພນີ້ຈຶ່ງຫຼົບລີ້ເຂົາໄດ້ຊຶ່ງມີຈໍານວນ6-7ຄອບເທົ່ານັ້ນ ປັດຈຸບັນບ້ານນາໂພໃຕ້ມີ200ກວ່າຫຼັງຄາເຮືອນ ເມືອສະພາບບ້ານເມືອງສະຫງົບຈຶ່ງມີຄໍາກອ່ນຈາກຄວາມວຸ້ນວາຍຂອງເສິກຫໍ້ເສິກໄທຄາວນັ້ນວ່າ: ຫໍ້ມາກວນ  ເມືອງພວນຈຶ່ງແຕກ  ລະຮືລະແຫກ   ຈຶ່ງແຕກລົງວຽງ

ພໍ່ຕູ້ ບຸນຄໍາ ແລະ ພໍ່ຕູ້ ຄໍາກິ່ງ ທັງສອງ ອາຍຸ83ປີ ປັດຈຸບັນຢູ່ ບ້ານໂພນສົມບູນ(ບ້ານທີ່ຢູ່ຝາກທາງເລກທີ13ດ້ານຕາເວັນຕົກ) ເພິ່ນທັງສອງບອກວ່າ: ພວກເພີ່ນ ແລະ ຊາວບ້ານ ຍົກຍ້າຍມາແຕ່ເມືອງໂສຍ ແຂວງ ຫົວພັນ ມາຢູ່ເມືອງໂພນໂຮງແຕ່ປີ1964 .ຊາວບ້ານ ໂພນສົມບູນກໍຄືຊາວບ້ານຕ່າງໆທີ່ຢູ່ຝາກທາງເລກທີ13ດ້ານຕາເວັນຕົກຈະຂ້າມໄປເຮັດ ອັນເດີ ກໍຕາມ ທີ່ບ້ານຕ່າງໆຂອງທາງເລກທີ13ດ້ານຕາເວັນອອກພວກຊາວບ້ານຈະເວົ້າວ່າ “ໄປທົ່ງ ”

ພໍ່ຕົ່ງເຊັ່ງລໍ່ ຢູ່ບ້ານຫຼັກ52 ຊຶ່ງແມ່ນເຂດຊຸມຊົນໃຫຍ່ຂອງເຜົ່າມົ້ງ  ພໍ່ຕົ່ງເຊັ່ງລໍ່ໄດ້ເລົ່າວ່າ: ພໍ່ຖືກ ບັກນາຍພົນວ່າງປາວ(ຜູ້ບັນຊາການທະຫານພາກ2) ທໍລະມານທຸບຕີ ແລະຂັບໄລ່ໜີຈາກລອ່ງແຈ້ງ ທ້າຍປີ 1969 ໃນຂໍ້ກ່າວຫາບໍ່ຍອມເປັນທະຫານຂອງມັນ ໄປຕີບັນລົບ ກູ້ກຽດ ແລະ ພີ່ນອ້ງຂອງພໍ່ເຖົ້າ ໄຟດ່າງ ລໍ່ເບຼ່ຍຢ້າວ(ເພິ່ນເປັນຜູ້ນໍາຂອງການປະຕິວັດເຂດລ່ອງແຈ້ງ) ພີ່ນ້ອງຂອງພໍ່ເຖົ້າກໍຖືກທໍລະມານທຸບຕີເຊັ່ນກັນ ຍ້ອນທົນຕໍ່ຄວາມໂຫດຮ້າຍຂອງບັກວ່າງປາວບໍ່ໄຫວ ຕົ້ນປີ1970 ພໍ່ຕົ່ງເຊັ່ງລໍ່ຈຶ່ງຕັດສິນໃຈນໍາລູກເມຍມາຂໍຕັ້ງບ້ານເຮືອນຢູ່ເຂດພາກ5(ເຂດຂອງທະຫານປະຕິການຊຶ່ງແມ່ນແຂວງວຽງຈັນ) ເພິ່ນໄດ້ຂໍທີ່ດິນນໍາລັດຖະບານປະຕິການວຽງຈັນ ແລ້ວໄດ້ຢູ່ທີ່ຫຼັກ52ຕາມສາຍທາງ ເລກທີ13ເໜືອ ພໍ່ຕົ່ງເຊັ່ງລໍ່ໄດ້ແຮກສ່ຽວກັບພໍ່ຕູ້ວົນບ້ານນາເລົາ ພໍ່ຂອງທ່ານ ຄໍາເຄນ ອິນທະວົງ. ເພີ່ນເລີ່ມຕັ້ງບ້ານເຮືອນແລະຖ່າງປ່າເຮັດໄຮ່ໃນເດືອນເມສາ(4)1970 ຖືວ່າເປັນຄອບຄົວທໍາອິດ ຕໍ່ຈາກປີນັ້ນຈຶ່ງມີຍາດຕິພີ່ນ້ອງທະຍອຍກັນມາຢູ່ນໍານັບມື້ນັບຫຼາຍຂຶ້ນ ໂດຍແມ່ນພໍ່ເຕົ່ງເຊັ່ງລໍ່ເປັນນາຍບ້ານ.  ຮອດປີ1972 ບັກວ່າງປາວເຫັນວ່າ ພີ່ນ້ອງເຜົ່າມົ້ງໜີຈາກລ່ອງແຈ້ງຫຼາຍອັນເຮັດໃຫ້ເປັນການຕັດຮອນກໍາລັງທະຫານຂອງພວກເຂົາໃຫ້ໜ້ອຍລົງທຸກມື້ ດັ່ງນັ້ນ ມັນຈຶ່ງສັ່ງຍົນ T28 ຈໍານວນ5ລໍາ ມີລະເບີດເຕັມ ຫວັງຈະມາບຸກຖະຫຼົມບ້ານຫຼັກ52ໃຫ້ເປັນກອງໄຟແຕ່ຜູ້ບັນຊາການທະຫານພາກ5ຫ້າມໄວ້ ມັນຈຶ່ງຢຸດ ຕໍ່ມາໄດ້ມີປະຊາຊົນຫຼາຍທ້ອງຖິ່ນທົ່ວປະເທດມາຢູ່ນໍາ ຈົນຂະຫຍາຍເຂດກວາມຮອດຍອດແຈ້ງ-ພູພະນັງ ຮອດປີ1973ທາງເມືອງໂພນໂຮງໄດ້ມາຕັ້ງເປັນຕາແສງໃຫ້ ຊື່ວ່າ ຕາແສງຍອດແຈ້ງ ໂດຍມີ ພໍ່ຕົ່ງເຊັ່ງລໍ່ ເປັນຕາແສງ ມາຮອດປີ1980.

ພໍ່ເຖົ້າຕົ່ງເຊັ່ງລໍ່ ເປັນຕາແສງໃນລະບອບໃໝ່ມາຮອດປີ1980 ແລ້ວເພິ່ນກໍພັກຜ່ອນຕາມອາຍຸສັງຂານຂອງເພິ່ນ ດຽວນີ້ເພິ່ນໄດ້ໝົດບຸນຈາກພວກເຮົາໄປແລ້ວ.ບ້ານນອ້ຍໆຫຼັກ52ທີ່ເກີດຈາກໜຶ່ງຫຼັງຄາເຮືອນຂອງຄອບຄົວພໍ່ເຖົ້າຕົ່ງເຊັ່ງລໍ່ເມື່ອ46ປີກ່ອນ ດຽວນີ້ກາຍເປັນຊູມຊົນທີ່ປະກອບດ້ວຍຫຼາຍບ້ານຢູ່ເກົ່າແລະມາຢູ່ໃໝ່ທີ່ຂະຫຍາຍມາເຊື່ອມຕໍ່ກັນນັບເປັນຫຼາຍຮອ້ຍຄອບຄົວ, ມີຫຼາຍຊົນເຜົ່າ ທີ່ຫຼາຍກວ່າຊົນເຜົ່າອື້ນກໍແມ່ນຊົນເຜົ່າມົ້ງ ມີຕະຫຼາດ, ທະນາຄານ, ໂຮງຮຽນປະຖົມ, ມັດທະຍົມສົມບຸນ, ສຸກສາລາ, ໂຮງການໄປສະນີ ແລະ ມີຫຼາຍສໍານັກງານອົງການຕ່າງມາຕັ້ງບໍລິການຢູ່ນໍາ  ຊຶ່ງນັບວ່າເປັນຊູມຊົນໃຫຍ່ຮອງຈາກເທດສະບານໂພນໂຮງ ຊູມຊົນຫຼັກ52ທີ່ມີຊົນເຜົ່າມົ້ງເປັນສ່ວນຫຼາຍ ກາຍເປັນຕົວແທນທາງດ້ານຮັກສາວັດທະນະທໍາແລະເຜີຍແຜ່ວັດທະນະທໍາຊົນເຜົ່າມົ້ງໄດ້ເປັນຢ່າງດີ ຊົນເຜົ່າມົ້ງ ບໍ່ວ່າຢູ່ໃນແລະຕ່າງປະເທດຈະມາໂຮມກັນຍາມບຸນ ນໍ່ເປເຈົາ(ບຸນກິນຈຽງ) ແລະນອກນັ້ນກໍແມ່ນເຜົ່າ ຂະມຸ ແລະ ເຜົ່າພວນອີກດ້ານ ທ່ານ ຕົ່ງ ລໍ່ຕົ່ງເຊັ່ງ ຄະນະພັກເມືອງໂພນໂຮງ ນາຍບ້ານໆ ຫຼັກ52 ພອ້ມດວ້ຍລູກຫຼານເຫຼັນທຸກຊົນເຜົ່າໃນຊູມຊົນຫຼັກ52(ນາເລົາ) ຂໍຈາລຶກບຸນຄຸນອັນຍິ່ງໃຫຍ່ຂອງປູ່ທວດຫຼືພໍ່ເຖົ້າທວດ “ຕົ່ງເຊັ່ງລໍ່” ໄວ້ທີ່ສູງແລະບໍ່ມີວັນລືມ

 

ຜົນງານການເຄື່ອນໄຫວສະໄໝ ກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກເມືອງໂພນໂຮງໄລຍະປີ1985 – 1991

ພາຍຫຼັງທີ່ສຳເລັດກງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ I ເຊີ່ງເປັນຄັ້ງປະຫວດສາດຂອງເມືອງໂພນໂຮງ,ຄະນະພັກຄະນະປົກຄອງເມືອງໂພນໂຮງ ກໍ່ໄດ້ພ້ອມກັນຕັ້ັ້ງໜ້າຊີ້ນຳ-ນຳພາ ໂດຍໄດ້ມອບໝາຍແບ່ງຄວາມຮັບຜິດຊອບໃຫ້ຄະນະພັກແຕ່ລະສະຫາຍຢ່າງຂາດຕົວເພື່ອລົງເລິກຊີ້ນຳໃນແຕ່ລະຕາແສງຈຳນວນ 10 ຕາແສງທົ່ວເມືອງຄື:

  1. ຕາແສງ ໂພນສີ
  2. ຕາແສງ ໂພນຫໍ
  3. ຕາແສງ ໂພນໂຮງ
  4. ຕາແສງ ນາເຫຼົ່າ
  5. ຕາແສງ ສະກ້າ
  6. ຕາແສງ ນາໂພ
  7. ຕາແສງ ຍອດແຈ້ງ
  8. ຕາແສງ ໂພນສູງ
  9. ຕາແສງ ນາຊຳ
  10. ເຂດ 11 ບ້ານ ຟາກພູ

ສະພາບການຊີ້ນຳ – ນໍາພາຂອງຄະນະພັກຄະນະປົກຄອງເມືອງໃນແຕ່ລະດ້ານ

1, ດ້ານ ການເມືອງແນວຄິດ ແລະ ການຈັດຕັ້ງ

ວຽກງານການເມືອງແນວຄິດໃນໄລຍະນັ້ນແມ່ນສຸ່ມໃຈໂຄສະນາເຊື່ອມຊຶມແນວທາງການເມືອງຂອງພັກ,ຕ້ານທຸກຖ້ອຍທຳນອງ ການໂຄສະນາແບ່ງແຍກ ແລະ ໃສ່ຮ້າຍປ້າຍສີຕໍ່ລະບອບໃໝ່

ອອກແຮງປັບປຸງອໍານາດການປົກຄອງຂັ້ນບ້ານ,ຂັ້ນຕາແສງໃຫ້ມີຄວາໜັກແໜ້ນເຂັ້ມແຂງຂຶຶ້ນເທື່ອລະກ້າວ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ສຳເລັດ,ຍົກສູງການມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູຢູ່ທຸກເວລາ

ຢູ່ຂົງເຂດລັດຖະກອນກໍ່ໄດ້ສຶກສາອົບຮົມແນວຄິດ ມີການສໍາຫຼວດກວດກາ ສ່ອງແສງປະຈໍາອາທິດ ແລະ ປະຈໍາແຕ່ລະທ້າຍເດືອນເປັນປົກກະຕິ.

ເພື່ອແນ່ໃສ່ສ້າງຄວາມສາມັກຄີເປັນເອກະພາບ ເພີ່ມທະວີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃຫ້ສູງຂື້ນ.

2, ດ້ານວຽກງານເສດຖະກິດ.

ວຽກງານເສດຖະກິດໃນໄລຍະນັ້ນແມ່ນໄດ້ປຸກລະດົມ ປະຊາຊົນ ຈັດຕັ້ງການຜະລິດຮູບແບບສະຫະກອນກະເສດ,ການຜະລິດແບບລວມໝູ່ ວິຊາການກະສິກຳໄດ້ລົງເລີກ ແນະນຳໃັຫ້ປະຊາຊົນຂະຫຍ່າຍເນື້ອທີ່ນາ,ຟື້ນຟູນາເຮື້ອ

ຕ້ານໄພທຳມະຊາດ, ນຳໃຊ້ເຕັກນິກແບບພື້ນຖານເຂົ້າສູ່ກາຜະລິດເຊັ່ນ ໄຖ່ເລິກ,ຄາດແຫຼກ ຄະນະພັກຄະນະປົກຄອງກໍ່

ໄດ້ລົງເລິກໃນການຊີ້ນຳ-ນຳພາແຕ່ລະຕາແສງແຕ່ລະບ້ານໃນການປຸກລະດົມເກັບເຂົ້າພາສີກະສິກຳ,ວັດແທກເນື້ອທີ່ນາ ເກັບຊື້ ແລະ ແລກປ່ຽນເຂົ້່າ ໂດຍໄດ້ປຸກສາງເກັບເຂົົ້າ ຢູ່ແຕ່ລະຕາແສງ ເພື່ອເກັບມ້ຽນເຂົ້າພາສີກະສິກຳ ແລະ ເຂົ້າເກັບຊື້ແລກ ປ່ຽນໃຫ້ທັນຍາຫານພ້ອມກັນນັ້ນກໍໍ່ຍັງໄດ້ສຸ່ມໃສ່ວຽກງານການຄ້າ ແລະ ຄົມມະນາຄົມ ເລີ່ມຫັນທິດທາງດັດແປງກົນໄກຄຸ້ມຄອງເສດຖະກິດ

  1. ດ້ານວັດທະນະທຳສັງຄົມ

ຄະນະພັກຄະນະປົົກຄອງ ເມືອງໄດ້ເອົາໃຈໃສ່ປະຕິບັດນະໂຍບາຍຄວາມສາມັກຄີລະຫວ່າງຊົນເຜົ່າ,ຊັ້ນຄົນ,ເພດ

ໄວ ແລະ ສາດສະໜາ ໃຫ້ມີຄວາມຮັກແພງສາມະຄີຖືກຕ້ອງປອງດອງກັນບົດແນວທາງຂອງພັກ, ເສີມຂະຫຍ່າຍບົດ

ບາດຂອງບັນດາອົງການຈັດຕັ້ງມະຫາຊົນເຂົ້າໃນການເພີ່ມທະວີຄວາມສາມະຄີບັນດາເຜົ່າໃນທົ່ວເມືອງ

ເອົາໃຈໃສ່ວຽກງານການສຶກສາ ແລະ ວຽກບໍາລຸງວັດທະນະທໍາ ສົ່ງເສີມວຽກງານປະຊາສຶກສາລົບລ້າງການກຶກໜັງສືຂອງປະຊາຊົນ

ກໍາຈັດຮ່ອງຮອຍເສດເຫຼືອຂອງວັດທະນະທໍາຂອງຊາວຕາເວັນຕົກເສີມຂະຫຍ່າຍວັດທະນະທໍາອັນດີງາມຂອງຊາດ

ຂຶ້ນໂດຍໄດ້ຈັດຕັ້ງໃຫ້ມີໜ່ວຍສິນລະປະ ວັນນະຄະດີປະຈຳບ້ານ ມີການຝຶກແອບການຮ້ອງລຳທຳເພລງ ແລະ ນຳພາ

ຊາວໜຸ່ມ ເຍົາວະຊົນຟ້ອນລຳດ້ວຍບົົດຟ້ອນທີ່ເປັນລັກສະນະເອກະລັກຂອງຊາດດ້ວຍຄວາມເບີກບານມ່ວນຊື່ນ.

  1. ດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ .

ໄດ້ປຸກລະດົມ ພໍ່ແມ່ປະຊາຊົນ ເປັນເຈົ້າການໃນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໂດຍໄດ້ຈັດຕັ້ງໃຫ້ມີ ປ.ກ.ສ,ປ.ກ.ຊ ຂັ້ນຕາແສງ ແລະ ຂັ້ນບ້ານ ຢ່າງແໜ້ນໜາ,ຝຶກອົບຮົມດ້ານສິລະປະຍຸດທະສາດ ແລະ ຍຸດທະວິ

ໃຫ້ກອງຫຼອນບ້ານ ສຶກສາອົບຮົມໃຫ້ ປ.ກ.ສ ແລະ ປ.ກ.ຊ ຂັ້ນບ້ານ ເຮັດວຽກປ້ອງກັນໃຫ້ມີຄວາມເຂັ້ມແຂງເດັດດ່ຽວ

ທັບມ້າງທຸກກົນອຸບາຍຂອງສັດຕູຢ່າງເປັນການເອົາໃຈໃສ່ຕິດຕາມກົນອຸບາຍເລ້ລ່ຽມຂອງສັດຕູທີ່ສ້າງຂື້ນ ເພື່ອຫວັງມ້າງເພທຳລາຍລະບອບໃໝ່ໃນທຸກດ້ານ,ຍົກສູງການມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູຢູ່ຕະຫຼອດເວລາ.

  • ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຊີ້ນໍາ-ນຳພາ ຂອງຄະນະພັກຄະນະປົກຄອງໃນສະໄໝກອງປະຊຸມຄັ້ງທີ I ມີດ້ານທີ່ປະສົບຜົນສໍາເລັດ ແລະ ຂໍ້ຫຍຸ້ງຍາກບາງດ້ານຄື:

ກ. ຂໍ້ສະດວກ

– ຄະນະພັກ ຄະນະປົກຄອງແຂວງໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າງໄກ້ສິດຕໍ່ຄະນະພັກຄະນະປົກຄອງຂັ້ນເມືອງ.

– ຄະນະນໍາຂັ້ນແຂວງໄດ້ສົ່ງພະນັກງານລົງຊ່ວຍໃນການລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງ ແລະ ບ້ານ

– ການປະຕິບັດນະໂຍບາຍ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານແມ່ນໄດ້ດີ ມີເຂົ້າອັດຕາແຕ່ລະເດືອນຢ່າງ

ພຽງພໍ ແລະ ໄດ້ຮັບເປັນປົກກະຕິ.

ຂ. ຂໍ້ຫຍຸ້ງຍາກ

– ການຄັດຈ້ອນ ແລະ ປະກອບພະນັກງານ ເຂົ້າໃນໂຄງປະກອບ ທີ່ໄດ້ກຳນົດໄວ້ໃນພາລະບົດບາດຂອງແຕ່ລະຫ້ອງ

ການໃນໄລຍະນັ້ນຍັງມີຄວາມຫຍຸ້ງຍາກ ບໍ່ພຽງພໍ ແລະ ວິຊາສະເພາະບໍ່ສອດຄ່ອງກັບວຽກງານທີຈະບັນຈຸ. ຂາດພະນັກງານວິຊາການ

  • ງົບປະມານຮັບໃຊ້ການບໍລິຫານວຽກງານບໍ່ພຽງພໍອາໃສ່ການປຸກລະດົມຄວາມເປັນເຈົ້າການ,ຄວາມເສຍສະລະ

ຮັດວຽກໂດຍທີ່ບໍໍ່ຫວັງເອົາອັດຕາ ແລະ ຄ່າຕອບແທນ.

ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກເມືອງໂພນໂຮງ

ໄດ້ຈັດຂຶ້ນໃນວັນທີ  16 -18 / 11 / 1992

ໂດຍຄັດເລືອກໄດ້ຄະນະບໍລິຫານງານພັກເມືອງໂພນໂຮງສະໄໝ່ທີ IIໄດ້ 15 ສະຫາຍ ຍີງ 01 ສະຫາຍຕາມລຳດັບລຸ່ມນີ້້ :

  1. ສະຫາຍ ສະໜິດສ້າງຄຳ                                 ເລຂາພັກເມືອງ
  2. ສະຫາຍ ເຂັມພອນ ສອນທະວີ                        ຮອງເລຂາພັກເມືອງ
  3. ສະຫາຍ ພັຕ ບຸນຈັນ ປັນເລືອງ                       ຄະນະປະຈຳພັກເມືອງ
  4. ສະຫາຍ ເຂົາແກ້ວ ສົມຈັນມະວົງ                     ຄະນະປະຈຳພັກເມືອງ
  5. ສະຫາຍ ອິນຕອງ ສຸທຳມະວົງ                          ຄະນະປະຈຳພັກເມືອງ
  6. ສະຫາຍ ເພັງ  ຈັນທະວົງ                                 ຄະນະບໍລິຫານງານພັກເມືອງ
  7. ສະຫາຍ ບົວເງີນ  ບຸນສົງຄາມ                         ຄະນະບໍລິຫານງານພັກເມືອງ
  8. ສະຫາຍ ຮຕ ສົມພອນ ຈັນດາວົງ                    ຄະນະບໍລິຫານງານພັກເມືອງ
  9. ສະຫາຍ   ແສ່ວຄຳ  ແກ້ວປະເສີດ                    ຄະນະບໍລິຫານງານພັກເມືອງ

ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກເມືອງໂພນໂຮງ

ໄດ້ເປີດຂຶ້ນໃນວັນທີ  29 -31 / 07 / 1997ໂດຍຄັດເລືອກໄດ້ຄະນະບໍລິຫານງານພັກເມືອງໂພນໂຮງສະໄໝ່ທີ III ໄດ້ 15 ສະຫາຍ ຍິງ 1 ສະຫາຍ ດັ່ງລຸ່ມນີ້້ຄື :

  1. ສະຫາຍ ເຂົາແກ້ວ  ສົມຈັນມະວົງ                       ເລຂາພັກເມືອງ,ເຈົ້າເມືງ
  2. ສະຫາຍ ອິນຕອງ   ສຸທຳມະວົງ                           ຄະນະປະຈຳ
  3. ສະຫາຍ ອິ່ນຄຳ   ພັນດາລາ                                ຮອງເລຂາ
  4. ສະຫາຍ ກົງຄໍາ    ສະດາວົງ                                 ຄະນະປະຈຳພັກເມືອງ
  5. ສະຫາຍ ພັຕ ຄຳເພັດ ປະທຸມພອນ                     ຄະນະປະຈຳພັກເມືອງ
  6. ສະຫາຍ ອຸດົງ ວົງສະຫວາດ                                 ຄະນະບໍລິຫານງານພັກເມືອງ
  7. ສະຫາຍ ບົວເງີນ  ບຸນສົງຄາມ                             ຄະນະບໍລິຫານງານພັກເມືອງ
  8. ສະຫາຍ ບຸນຍືນ   ໄຊຍະລາດ                               ຄະນະບໍລິຫານງານພັກເມືອງ
  9. ສະຫາຍ ສະຫວ່າງ  ໂພທິສັດ                                ຄະນະບໍລິຫານງານພັກເມືອງ
  10. ສະຫາຍ ທອງວັນ ຈັນທະວີໄຊ                               ຄະນະບໍລິຫານງານພັກເມືອງ
  11. ສະຫາຍ ຫລາບ ຍົດຍີ່ງ                                        ຄະນະບໍລິຫານງານພັກເມືອງ
  12. ສະຫາຍ ດຣທອງຂຳ ໄຊຊະນິດ                              ຄະນະບໍລິຫານງານພັກເມືອງ
  13. ສະຫາຍ ວິໄຊ ແກ້ວມະຫາວົງ                                ຄະນະບໍລິຫານງານພັກເມືອງ
  14. ສະຫາຍ ທອງໄຊ ສູນທະວົງ                                   ຄະນະບໍລິຫານງານພັກເມືອງ
  15. ສະຫາຍ ຊາວລໍ່ ຕົງເຊັ່ງ                                        ຄະນະບໍລິຫານງານພັກເມືອງ

ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກເມືອງໂພນໂຮງ

ໄດ້ເປີດຂຶ້ນໃນວັນທີ  13 -14 / 10 / 2004ໂດຍຄັດເລືອກໄດ້ຄະນະບໍລິຫານງານພັກເມືອງໂພນໂຮງສະໄໝ່ທີIV ໄດ້ 15 ສະຫາຍ ຍິງ 2 ສະຫາຍ ດັ່ງລຸ່ມນີ້້ :

  1. ສະຫາຍ ອຸ່ນຄຳ  ບຸນຍະແສງ                                    ເລຂາພັກເມືອງ
  2. ສະຫາຍ ອຸດົງ ວົງສະຫວາດ                                      ຮອງເລຂາພັກເມືອງ,ຮອງເຈົ້າເມືອງ
  3. ສະຫາຍ ບົວເງີນ ບຸນສົງຄາມ                                   ຮອງເລຂາພັກເມືອງ
  4. ສະຫາຍ ພັຕ ຄຳພອນ ຈະເລີນສັກ                           ຄະນະປະຈຳພັກເມືອງ
  5. ສະຫາຍ ສີພັນດອນ ສີອາພອນ                               ຄະນະປະຈຳພັກເມືອງ
  6. ສະຫາຍ ທອງໄຊ  ສູນທະວົງ                                    ຄະນະບໍລິຫານງານພັກເມືອງ
  7. ສະຫາຍ ດຣ ທອງຂຳ ໄຊຊະນິດ                                ຄະນະບໍລິຫານງານພັກເມືອງ
  8. ສະຫາຍ ຄໍາເມັດພັນທະມີໄຊ                                    ຄະນະບໍລິຫານງານພັກເມືອງ
  9. ສະຫາຍ ນາງ ຄຳປ້ອງ ອິນທະວົງ                              ຄະນະບໍລິຫານງານພັກເມືອງ
  10. ສະຫາຍ ພັຕ ຕົ່ງສີວື່ ໄຊຈຸໜາວລໍ                            ຄະນະບໍລິຫານງານພັກເມືອງ
  11. ສະຫາຍ ນາງ ວຽງແກ້ວ ແກ້ວວົງສາ                        ຄະນະບໍລິຫານງານພັກເມືອງ
  12. ສະຫາຍ ບຸນນາກ ທອງວັນຄຳ                                 ຄະນະບໍລິຫານງານພັກເມືອງ
  13. ສະຫາຍ ໄກສອນ ເທບບົວເຮືອງ                              ຄະນະບໍລິຫານງານພັກເມືອງ
  14. ສະຫາຍ ອຸດອນ ກີ່ງຈັນທະວົງ                                  ຄະນະບໍລິຫານງານພັກເມືອງ
  15. ສະຫາຍ ຈັນທະໄລ  ສາຍວັນທອງ                             ຄະນະບໍລິຫານງານພັກເມືອງ
  16. ສະຫາຍ ສຸກັນ  ສີຫາປັນຍາ                                    ຄະນະບໍລິຫານງານພັກເມືອງ
  17. ສະຫາາຍ ອຸ່ນເຮືອນ ແກ້ວປະດິດ                            ຄະນະບໍລິຫານງານພັກເມືອງໃນກາງສະໄໝກອງປະຊຸມຄັ້ງທີ IV ຄະນະປະຈຳພັກແຂວງວຽງຈັນໄດ້ແຕ່ງຕັ້ງສະຫາຍພູທອງແສນສຸລິນທາມາດຳລົງຕຳແແໜ່ງ ເປັນເລຂາພັກເມືອງ-ເຈົ້າເມືອງໆໂພນໂຮງ ໃນວັນທີ 25/12/2005 ຈົນເຖິງວັນທີ 05/06/2010 ຈື່ງໄດ້ຍົກຍ້າຍໄປຮັບຕຳແໜ່ງໃໝ່ຢູ່ແຂວງວຽງຈັນ.ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງໂພນໂຮງໄດ້ເປີດຂື້ນໃນວັນທີ 10 – 11 / 06 / 2010

    ໂດຍຂັດເລືອກໄດ້ຄະນະບໍລິຫານງານພັກເມືອງ ແລະ ມີມະຕິຕົກລົງແຕ່ງຕັ້ງຮັບຮອງຈາກຄະນະປະຈຳພັກແຂວງວຽງຈັນ ຈຳນວນ  19  ສະຫາຍ ຍິງ 2 ສະຫາຍດັ່ງມີລາຍຊື່ຄື:

    1. ສະຫາຍ ນາງ ອິ່ນຄຳ ພັນດາລາ                 ເລຂາພັກເມືອງ,ເຈົ້າເມືອງ
    2. ສະຫາຍ ຄຳສອນ ສູນສະຫວັດ                   ຮອງເລຂາພັກເມືອງ,ຮອງເຈົ້າເມືອງ
    3. ສະຫາຍ ຄຳພອນ ຈະເລີນສັກ                   ຄະນະປະຈຳພັກເມືອງ
    4. ສະຫາຍ ທອງໄຊ ສູນທະວົງ                       ຄະນະປະຈຳພັກເມືອງ
    5. ສະຫາຍ ອຸດອນ ກີງຈັນທະວົງ                   ຄະນະປະຈຳພັກເມືອງ
    6. ສະຫາຍ ສຸກັນ ສີຫາປັນຍາ                       ຄະນະບໍລິຫານງານພັກເມືອງ
    7. ສະຫາຍ ສຳລີ ວິໄລຈັນ                             ຄະນະບໍລິຫານງານພັກເມືອງ
    8. ສະຫາຍ ວັນເຮືອງ ຄຳເພັງໄຊ                   ຄະນະບໍລິຫານງານພັກເມືອງ
    9. ສະຫາຍ ວັນໄຊ ພົມມະຈັກ                      ຄະນະບໍລິຫານງານພັກເມືອງ
    10. ສະຫາຍ ຄຳໄຕ ທຳມະວົງສອນ                 ຄະນະບໍລິຫານງານພັກເມືອງ
    11. ສະຫາຍ ບຸນມີ ອິນທະວົງ                        ຄະນະບໍລິຫານງານພັກເມືອງ
    12. ສະຫາຍ ລິນທອງ ສົມສະໜິດ                 ຄະນະບໍລິຫານງານພັກເມືອງ
    13. ສະຫາຍ ໄຊຍະສຸກ ໄຊຍະລາດ                  ຄະນະບໍລິຫານງານພັກເມືອງ
    14. ສະຫາຍ ບຸນແທນ ແກ້ວປະເສີດ             ຄະນະບໍລິຫານງານພັກເມືອງ
    15. ສະຫາຍ ອິນແປງ ສຸທຳມະວົງ                 ຄະນະບໍລິຫານງານພັກເມືອງ
    16. ສະຫາຍ ດຣ ກຽງຄຳ ໄພມະໄລພອນ        ຄະນະບໍລິຫານງານພັກເມືອງ
    17. ສະຫາຍ ມົວກູ່ ຫວັງປ່າແຈ້ງ                  ຄະນະບໍລິຫານງານພັກເມືອງ
    18. ສະຫາຍນາງ ແສງວອນ ສີປະເສີດ          ຄະນະບໍລິຫານງານພັກເມືອງ
    19. ສະຫາຍ ຄຳສີງ ສີຫາລາດ                      ຄະນະບໍລິຫານງານພັກເມືອງ

    ໃນກາງສະໄໝຄະນະປະຈຳພັກແຂວງວຽງຈັນໄດ້ແຕ່ງຕັ້ງ ສະຫາຍ ພູວົງ ບູນຊູ ມາດຳລົງຕຳແໜ່ງເປັນຮອງເລຂາ-ຮອງເຈົ້າເມືອງໆໂພນໂຮງ ຈົນເຖິງກອງປະຊຸມຄັ້ງທີ VI.

    ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງໂພນໂຮງ ໄດ້ເປີດຂື້ນໃນວັນທີ  29-30 / 09 / 2014

    ໂດຍຄັດເລືອກໄດ້ຄະນະບໍລິຫານງານພັກເມືອງ ແລະ ໄດ້ມີມະຕິຕົກລົງແຕ່ງຕັ້ງຮັບຮອງເອົາ ຈາກຄະນະປະຈຳພັກແຂວງວຽງຈັນ ຈຳນວນ  21  ສະຫາຍ ຍິງ 5 ສະຫາຍ ດັ່ງມີລາຍຊື່ຄື:

    1. ສະຫາຍ ນາງ ອິ່ນຄຳ ພັນດາລາ                           ເລຂາພັກເມືອງ,ເຈົ້າເມືອງ
    2. ສະຫາຍ ພູວົງ ບຸນຊູ                                           ຮອງເລຂາພັກເມືອງ,ຮອງເຈົ້າເມືອງ
    3. ສະຫາຍ ທອງໄຊ   ສູນທະວົງ                               ຮອງເລຂາພັກເມືອງ
    4. ສະຫາຍ ຄຳໄຕ ທຳມະວົງສອນ                            ຮອງເລຂາພັກເມືອງ
    5. ສະຫາຍ ອຸດອນ ກີ່ງຈັນທະວົງ                             ຄະນະປະຈຳພັກເມືອງ
    6. ສະຫາຍ ບຸນແທນ ແກ້ວປະເສີດ                         ຄະນະປະຈຳພັກເມືອງ
    7. ສະຫາຍ ສຸກັນ ສີຫາປັນຍາ                                ຄະນະປະຈຳພັກເມືອງ
    8. ສະຫາຍ ນາງ ແສງວອນ ສີປະເສີດ                     ຄະນະບໍລິຫານງານພັກເມືອງ
    9. ສະຫາຍ ວັນໄຊ ພົມມະຈັກ                                ຄະນະບໍລິຫານງານພັກເມືອງ
    10. ສະຫາຍ ອິນແປງ ສຸທຳມະວົງ                            ຄະນະບໍລິຫານງານພັກເມືອງ
    11. ສະຫາຍ ມົວກູ່ ຫວັງປ່າແຈ້ງ                             ຄະນະບໍລິຫານງານພັກເມືອງ
    12. ສະຫາຍ ກຽງຄຳ ໄພມະໄລພອນ                         ຄະນະບໍລິຫານງານພັກເມືອງ
    13. ສະຫາຍ ລິນທອງ ສົມສະໜິດ                           ຄະນະບໍລິຫານງານພັກເມືອງ
    14. ສະຫາຍ ບຸນມີ ອິນທະວົງ                                  ຄະນະບໍລິຫານງານພັກເມືອງ
    15. ສະຫາຍ ວັນເຮືອງ ຄຳເພັງໄຊ                            ຄະນະບໍລິຫານງານພັກເມືອງ
    16. ສະຫາຍ ຄຳສິງ ສີຫາລາດ                                 ຄະນະບໍລິຫານງານພັກເມືອງ
    17. ສະຫາຍ ນາງ ວຽງແກ້ວ                                   ແກ້ວວົງສາ ຄະນະບໍລິຫານງານພັກເມືອງ
    18. ສະຫາຍ ບຸນເສີດ ໄຊຍະສານ                             ຄະນະບໍລິຫານງານພັກເມືອງ
    19. ສະຫາຍ ຕົງລໍ ຕົງເຊັງ                                     ຄະນະບໍລິຫານງານພັກເມືອງ
    20. ສະຫາຍ ນາງ ສົມພັນ ສຸທຳມະວົງ                     ຄະນະບໍລິຫານງານພັກເມືອງ
    21. ສະຫາຍ ນາງ ລຳເງີນ ພັນທະວົງ                       ຄະນະບໍລິຫານງານພັກເມືອງ

    ກອງປະຊຸມໃຫຍ່ຄັ້ງທີ VI ໄດ້ມີການປ່ຽນແປງທີ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ V ຂອງແຂວງສຳເລັດລົງຄື ທ່ານ ພູວົງ ບຸນຊູ ຮອງເຈົ້າເມືອງໄດ້ຍົກຍ້າຍໄປຮັບໜ້າທີ່ໝ່ຢູ່ຂັ້ນແຂວງ ທາງຂັ້ນເທິງ ຈື່ງໄດ້ແຕ່ງຕັ້ງ ທ່ານ ບຸນແທນ ແກ້ວປະເສິດ ແລະ ທ່ານ ອຸດອນ ກິ່ງຈັນທະວົງ ຂື້ນເປັນຮອງເຈົ້າເມືອງໆໂພນໂຮງເພີ່ມ ແລະ ແທນຜູ້ເກົ່າທີ່ຍົກຍ້າຍໄປຮັບຕຳແໜ່ງຢູ່ຂັ້ນແຂວງ

ສະພາບການຊີ້ນຳ-ນຳພາ ແລະ ຈັດຕັ້ງແຜນ

ພັດທະນາເສດຖະກິດ-ສັງຄົມ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ III VI

1997 – 2016 ( ສະໄໝກອງປະຊຸມຮອດ 2019 )

ໃນໄລຍະເກືອບ 20 ປີຜ່ານມາ ສະໄໝກອງປະຊຸມຄັ້ງທີ III – ຄັ້ງທີ VI ການພັດທະນາເສດຖະກິດ ເມືອງໂພນໂຮງ, ໄດ້ມີການພັດທະນາສືບຕໍ່ຂະຫຍາຍຕົົວຕໍ່ເນື່ອງ, ມີຄວາມໝັ້ນທ່ຽງ ແລະ ຖືກທິດຂື້ນເທື່ອລະກ້າວ, ລວມຍອດພະລິດຕະພັນພາຍໃນ ( GDP ) ປີ 2016 ບັນລຸໄດ້ເຖີງ 979,02 ຕື້ກີບ, ດ້ວຍອັດຕາການຂະຫຍາຍຕົວ 8,2 % ລື່ນແຜນການທີ່ວາງໄວ້ 6-7 % ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 14,59 ລ້ານກີບ ຫຼື ເທົ່າກັບ 1,824 ໂດລາສະຫະລັດ ລື່ນແຜນການ 414 ໂດລາສະຫະລັດທຽບໃສ່ປີ 2009 ລື່ 865 ໂດລາສະຫະລັດ ຫຼື ລື່ນຄາດໝາຍ 47 %.

ໃນຊຸມປີຜ່ານມາຄະນະພັກອົງການປົກຄອງເມືອງໂພນໂຮງງກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕາມຄຳສັ່ງເລກທີ 03/ກມສພ ຕາມ 4 ເນື້ອໃນ 4 ຄາດໝາຍ ປະຕິບັດຕາມ 4 ບຸກທະລຸ ຊື່ງໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ມີທັງລົງປະຈຳ ແລະ ລົງຕາມສາຍວິຊາສະເພາະ ນຳພາອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສ້າງແຜນການຕ່າງໆໃນການພັດທະນາບ້ານ ເຊັ່ນ: ການສ້າງຕັ້ງກອງທືນພັດທະນາບ້ານ, ການຈັດຕັ້ງການຜະລິດ, ການສ້າງຄອບຄົວຕົວແບບດ້ານຕ່າງໆ ໄດ້ຫຼາຍຂື້ນ ປະຈຸບັນສາມາດຮັບຮອງບ້ານວັດທະນະທຳ ໄດ້ 55 ບ້ານ ເທົ່າກັບ 93,22 % ທຽບໃສ່ຊຸມປີຜ່ານມາເພີ່ມຂື້ນ 41 ບ້ານ, ສາມາດຮັບຮອງບ້ານພັດທະນາ ໄດ້ 37 ບ້ານ ກວມ 62,72 % ຂອງບ້ານທັງໝົດທຽບໃສ່ປີ 2009 ເພີ່ມຂື້ນ 34 ບ້ານ.

ຂົງເຂດການຜະລິດກໍໄດ້ມີບາດກ້າວຂະຫຍາຍຕົວຢ່າງກວ້າງຂວາງ ປະຈຸບັນເມືອງໂພນໂຮງມີເນື້ອທີ່ປູກເຂົ້າ 9,023 ເຮັກຕາ, ທຽບໃສ່ຊຸມປີຜ່ານມາເພີ່ມຂື້ນ 207 ເຮັກຕາ ຜະລິດເຂົ້າໄດ້ທັງໝົດ 38,58 ໂຕນ, ເພີ່ມຂື້ນ 27 % ສະເລ່ຍເຂົ້າກີນໄດ້ 560 ກິໂລກຣາມ/ຄົນ/ປີ. ຍ້ອນໄດ້ມີການພັດທະນາໃຫ້ມີການນໍາໃຊ້ແນວພັນປັບປຸງ ແລະ ການນຳໃຊ້ເຕັກນິກໃໝ່ເຂົ້າໃນການຜະລິດຫຼາຍຂື້ນເຊັ່ນ: ເຄື່ອງຈັກດຳນາເຄື່ອງຈັກກ່ຽວເຂົ້າ ເຊີ່ງຫຼຸດຜ່ອນການໃຊ້ແຮງງານຄົນໄດ້ເຖີງ 5 – 10 ຄົນຕໍ່ 1 ເຮັກຕາ.

ສົມທົບກັບພາກສ່ວນກ່ຽວຂ້ອງກຳນົດເຂດເນື້ອທີ່ຟື້ນຟູປ່າທຳມະຊາດ,ປ່າສະຫງວນ, ປ່າປ້ອງການມີເນື້ອທີ່ທັງໝົດ 45,96 ເຮັກຕາ, ປ່າປ້ອງກັນມີເນື້ອທີ່ປະມານ 8,99 ເຮັກຕາ, ປ່າສະຫງວນແຫ່ງຊາດນອນຢູ່ຂອບເຂດເມືອງມີ 38,97 ເຮັກຕາ, ໄດ້ອອກໃບຕາດິນຖາວອນໄດ້ 30,487 ຕອນ ມີເນື້ອທີ່ 38,5 ເຮັກຕາ, ດິນໃຫ້ເຊົ່າສຳປະທານທຸກປະເພດມີທັງໝົດ 13 ໂຄງການ ມີເນື້ອທີ່ 725,12 ເຮັກຕາ.

ປະຈຸບັນຊອບແປງຖະໜົນຫົນທາງພາຍໃນເມືອງ ດ້ວຍການນຳໃຊ້ງົບປະມານຂອງລັດ ແລະ ທຶນສົມທົບຂອງປະຊາຊົນ, ປະຈຸບັນທົ່ວເມືອງມີເສັ້ນທາງທັງໝົດ 47 ເສັ້ນ, ຍາວ 91 ກິໂລແມັດ ທຽບໃສ່ປີ 2009 ເພີ່ມຂື້ນ 11 ກິໂລແມັດ, ທະລຸທາງໃໝ່ 2 ເສັ້ນຍາວ 4 ກິໂລແມັດສ້ອມແປງຂົວໄດ້ 3 ແຫ່ງ.

ຄະນະພັກຄະນະປົກຄອງເມືອງໂພນໂຮງ ຍັງໄດ້ເອົາໃຈໃສ່ຂົງເຂດວັດທະນະທຳ ສັງຄົມ ໄປຄຽງຄູ່ກັບການພັດທະ ນາ ເສດຖະກິດ ພ້ອມທັງມີນະໂຍບາຍ ແລະ ສຸມທຶນຮອນທັງພາກລັດ ແລະ ເອກະຊົນເຂົ້າໃສ່ໃນການພັດທະນາ ເພື່ອໃຫ້ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ, ເອົາໃຈໃສ່ຊຸກຍູ້ການອະນຸລັກຮັກສາຮິດຄອງປະເພນີວັດທະນະທຳ ບັນດາເຜົ່າທີ່ມີລັກສະນະກ້າວໜ້າເປັນສະໃໝປະຈຸບັນສາມາດປະກາດຮັບຮອງບ້ານ ວັດທະນະນາ ໄດ້ 55 ບ້ານ ທຽບໃສ່ປີ 2009 ເພີ່ມຂື້ນ 41 ບ້ານ, ຄອບຄົວວັດທະນະທຳໄດ້ 7,125 ຄອບຄົວ, ເພີ່ມຂື້ນ 3,135 ຄົນ.

  • ສັ່ງລວມຜົນສຳເລັດທີ່ຜົນເດັ່ນ

ໃນໄລຍະກອງປະຊຸມຄັ້ງທີ IV – ຄັ້ງທີ VI

  • ທາງດ້ານການເມືອງມີຄວາມໜັກແໜ້ນມີສະຖຽງລະພາບ, ສັງຄົມມີຄວາມສະງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະເໝີພາບຕໍ່ໜ້າທີ່ກົດໝາຍ ມີຄວາມປອດໄພໃນພື້ນຖານອຳນາດການປົກຄອງແຕ່ລະຂັ້ນ ມີຄວາມໜັກແໜ້ນເຂັ້ມແຂງ.
  • ທາງດ້ານເສດກະກິດສັງຄົມຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຜະລິດທາງດ້ານກະສິກຳການປຸງແຕ່ງຜະລິດກະສິກຳເປັນສິນຄ້າ, ທາງດ້ານອຸດສາຫະກຳ-ຫັດຖະກຳ ແລະ ບໍລິການກໍມີບາດກ້າວຂະຫຍາຍຕົວ ປະຈຸບັນການຜະລິດສິນຄ້າຂອງປະຊາຊົນເປັນຂະບວນຝົດຝື້ນການສ້າງລາຍຮັບຂອງປະຊາຊົນສູງກວ່າເກົ່າ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຍົກລະດັບດີຂື້ນ.
  • ການສຶກສາກໍ່ໄດ້ຮັບການເອົາໃຈໃສ່ ແລະ ໄດ້ມີການພັດທະນາສູງຂື້ນ ທາງດ້ານຮິດຄອງປະເພນີທີ່ເປັນເອກະລັກຂອງປະຊົນຊົນບັນດາເຜົ່າ ກໍໄດ້ຮັບການອະນຸລັກຮັກສາ ແລະ ໄດ້ຮັບການເອົາໃຈໃສ່ສົ່ງເສີມໃຫ້ມີຄວາມສອດຄ່ອງ ແລະ ຍືນຍົງ, ພະນັກງານອາວຸໂສບຳນານກໍໄດ້ຮັບການເອົາໃຈໃສ່ຊ່ວຍເຫຼື່ອ ແລະ ປະຕິບັດນະໂຍບາຍ ຢ່າງທົ່ວເຖີງ.
  • ຂໍ້ຄົງຄ້າງ

ຄຽງຄູ່ກັບດ້ານດີ ແລະ ໝາກຜົນດັ່ງກ່າວທີ່ຍາດມາໄດ້ ນັ້ນຄະນະບໍລິຫານງານພັກເມືອງກໍຍັງເຫັນວ່າຍັງມີຂໍ້ຄົງຄ້າງ ແລະ ຈຸດອອ່ນຈຳນວນໜື່ງ, ຊື່ງໄດ້ສ້າງຜົນກະທົບທາງລົບທີ່ເປັນການກົດໜ່ວງຕໍ່ການພັດທະນາ ເສດຖະກິດສັງຄົມຂອງເມືອງ ຄື: ການພະລິດສະບຽງອາຫານພາຍໃນເມືອງເຖິງວ່າສາມາດກຸ້ມກີນແລ້ວກໍຕາມ ແຕ່ຂະບວນການຜະລິດຍັງຂະຫຍາຍຕົວຊັກຊ້າຖ້າທຽບໃສ່ຈຸດພິເສດ, ທີ່ຕັ້ງ ແລະ ທ່າແຮງຂອງເມືອງ, ການກຳນົດເຂດຜະລິດ ຍັງກະແຈກກະຈາຍ, ການຈັດຕັ້ງກຸ່ມການຜະລິດຍັງບໍ່ເປັນກ້ວາງຂວາງ, ການສະໜອງມູນດ້ານສິນຄ້າ, ລາຄາ ແລະ ຕະຫຼາດໃຫ້ແກ່ຜູ້ຜະລິດ ຫຼື ນັກທຸລະກິດຍັງເຮັດບໍ່ເປັນໄດ້ດີ.

ລະບົບການເຜີຍແຜ່ການກະຕຸນຊຸກຍູ້ ແລະ ສົ່ງເສີມທາງດ້ານເຕັກນຶກ, ວິຊາການຕໍ່ປະຊາຊົນຍັງບໍ່ທັນເລີກເຊິງເຂັ້ມແຂງ, ຂອງທຶນພັດທະນາຂັ້ນບ້ານ ແລະ ກອງທືນອື່ນໆ ຍັງເຄື່ອນໄຫວບໍ່ທັນໄດ້ດີລະບົບການເຮັດວຽກຂອງບາງຂະແໜງການ, ການວາງແຜນບໍ່ທັນໄດ້ເປັນລະບົບຄົບຊຸດ, ການເກັບກຳຂໍ້ມູນຍັງບໍ່ທັນຊັດເຈນດີເທົ່າທີ່ຄວນ.

 

 

ກ່ອນ​ພົບ​ຄ້ອງ​ແລະ​ລະຄັງ​ທີ່​ບ້ານນ້ຳ​ແຈ້ງ

ຄ້ອງ, ລະຄັງ,ແສ໋ງ ແລະໂຖດອກໄມ້ຈໍານວນຫນຶ່ງ ໄດ້ຄົ້ນພົບຢູ່ທີ່ ບ້ານນໍ້າແຈ້ງ, ເມືອງໂພນໂຮງ ແຂວງວຽງຈັນ  ການຄົ້ນພົບດັ່ງກ່າວບໍ່ໄດ້ອອກເຫື່ອເທແຮງພໍເທົ່າໃດ  ​ແຕ່​ກໍ​ມີ​ຄວາມ​ເປັນ​ມາ​ທີ່​ຫນ້າ​ສົນ​ໃຈ ຊຶ່ງ​ຜູ້​ຂຽນພະຍາຍາມ​ຄົ້ນຄວ້າ​ແລະ​ຊອກ​ຫາ​ຂໍ້​ມູນ​ຢ່າງ​ລະອຽດເພື່ອ​ນຳ​ມາສະ​​ເຫ​ນີ​ໃຫ້​ບັນດາ​ທ່ານ​ຜູ້​ອ່ານ​ຮຽນຮູ້ ​ແລະ ​ສຶກສາຄົ້ນຄວ້າ​ນຳ​ກັນ.

ຕອນເຊົ້າມື້ວັນທີ 19​ຕຸລາ 2013 ທ້າວ​ຫລອດ, ອາຍຸ 54 ປີ ​ແລະ​ນາງ​ ທອງ, ອາຍຸ 47 ປີ, ທັງ​ສອງ​ເປັນ​ຜົວ​ເມຍ​ກັນ​​ຢູ່ບ້ານນ້ຳ​ແຈ້ງ,ໄດ້ພາກັນ ໄປຂຸດຈີ່ນາຍ ຢູ່ຕາມເດີ່ນຄັງແຄມນໍ້າແຈ້ງຊຶ່ງໄກຈາກບ້ານປະມານ 1ກີໂລແມດ  ເມື່ອທ້າວຫລອດຂຸດຕາມຮູຈີ່ນາຍລົງໄປເລິກປະມານ40ຊັງຕີແມັດກໍໄດ້ຍິນສຽງສຽມທີ່ກໍາລັງຂຸດຢູ່ນັ້ນສັບດິນດັງແຕ໊ກໆ(ສຽງຜິດປົກກະຕິ)ດັ່ງນັ້ນລາວຈິ່ງໃຊ້ສຽມຂຸດ ເບິ່ງໃຫ້ຄັກຈິ່ງເຫັນວ່າແມ່ນຄ້ອງທອງ  ທັງສອງຜົວເມຍໄດ້ຂຸດຊ່າວອອກໄປຕື່ມຈິ່ງໄດ້ພົບຫລາຍອັນຫລາຍແນວຂຶ້ນມາອີກ ເມື່ອຄັກໃຈວ່າບໍ່ມີອີກແລ້ວຈິ່ງພາກັນຢຸດ  ວັດຖຸທີ່ໄດ້ຂຶ້ນມາມີດັ່ງນີ້: ຄ້ອງທອງເຫລືອງ ຈໍານວນ4ຫນ່ວຍ, ລະຄັງທອງເຫລືອງ 1ຫນ່ວຍ, ລະຄັງທອງດໍາ 1ຫນ່ວຍ, ແສ໊ງ 1ຄູ່ ແລະໂຖດອກໄມ້ແຕກ 1ຫນວ່ຍ. ເມື່ອຂຸດໄດ້ແລ້ວກໍພາກັນເອົາມາເຮືອນແຕ່ທັງສອງບໍ່ຮູ້ຈະເຮັດແນວໃດ  ຈິ່ງໄປສະເຫນີນໍາຄະນະບ້ານ ຈິ່ງ​ຮູ້​ວ່າ​ວັດຖຸ​ດັ່ງກ່າວເປັນວັດຖຸບູຮານຊຶ່ງຄົນສະໄຫມກ່ອນຊຸກ​ເຊື່ອງໄວ້   ເພື່ອຫລົບຫລີກຈາກເສິກສົງຄາມຄາວນັ້ນ ​ແຕ່​ກໍ​ມີຄ່າ​ສູງຫລາຍດ້ານ ໂດຍສະເພາະທາງດ້ານຄົ້ນຄວ້າກຽ່ວກັບປະຫວັດສາດ ແລະດ້ານອື່ນໆ ທີ່​ພວກເຮົາຄວນອະນຸຮັກຮັກສາໄວ້ໃຫ້ເປັນບົດຮຽນຕໍ່ການສຶກສາຄົ້ນຄວ້າຮຸ່ນລູກຫລານຕໍ່ໄປພາຍຫນ້າ ​ດັ່ງນັ້ນຄະນະ​ບ້ານນ້ຳ​ແຈ້ງຈິ່ງລາຍ​ງານພາກສວນກ່ຽວຂ້ອງທາງເມືອງໂພນໄຮງ, ເບື້ອງຕົ້ນການຈັດຕັ້ງທຸກຂັ້ນເຫັນດີໃຫ້ຮັກສາໄວ້ທີ່ວັດບ້ານນໍ້າແຈ້ງສາກ່ອນ.

ນັບແຕ່ມື້ເອົາວັດຖຸ​ດັ່ງກ່າວມາໄວ້ວັດໄດ້ມີມວນຊົນເຂົ້າໄປສັກກາລະບູຊາ, ໄປເບິ່ງຊົມເປັນຈໍານວນຫລວງຫລາຍທັງພາຍໃນແລະຕ່າງປະເທດ  ສິ່ງທີ່​ຂາດ​ບໍ່​ໄດ້ກໍແມ່ນ  ດອກໄມ້ທູບທຽນແລະເງິນຄໍາເພື່ືອບູຊານົບໄຫວ້ແລະໂມທະນາທານຕາມສັດທາຂອງໃຜລາວລວມເປັນເງິນສົດຫລາຍລ້ານກີບ  ເງິນທີ່ໄດ້ມາ  ການຈັດຕັ້ງເຫັນດີມອບເປັນກໍາລັງໃຈໃຫ້ຄອບຄົວທ້າວທອງຜູ້ຂຸດພົບຈໍານວນຫນຶ່ງ  ລວມທັງໃຊ້ຈ່າຍກິນທານ  ຕັ້ງກອງອັດຖະ ແລະກັນຕົ້ນໃຫ້ເຈົ້າຈອມ(ຜີ)ຜູ້ເຝົ້າວັດຖຸບູຮານເຫລົ່ານັ້ນເພາະອີງຕາມຄວາມເຊື່ອຂອງເຖົ້າແກ່ບ້ານນໍ້າແຈ້ງແລະຊາວເມືອງໂພນໂຮງຈໍານວນຫນຶ່ງທີ່ເຊື່ອວ່າ: ວັດຖຸບູຮານ​ທຸກອັນຕ້ອງມີເຈົ້າມີຈອມ(ຜີ)ຄຸ້ມຄອງຮັກສາໄວ້ຖ້າພວກເຮົາ..ປັດຈຸບັນວັດຖຸຈໍານວນດັ່ງກ່າວ  ​​ຢູ່​ພາຍ​ໃຕ້​ການດູແລຂອງ​ພາກສ່ວນ​ກ່ຽວຂ້ອງເມືອງໂພນໂຮງແຂວງວຽງຈັນ  ແລະໄດ້ເກັບຮັກສາໄວ້ເປັນຢ່າງດີ ຈະເປີດ​ໃຫ້ຄົນເຂົ້າຊົມກໍຕໍ່ເມື່ອມີວຽກທີ່ຈໍາເປັນເທົ່ານັ້ນ.

ຄຣິກນີ້ ດາວໂລດປະຫວັດເມືອງໂພນໂຮງ